วันศุกร์ที่ 30 กันยายน พ.ศ. 2554

ຕົ້ນໄມ້ມະນີໂຄດ ວັນນະກັມແລະຄວາມເຊື່ອລາວພາກໃຕ້

- ຕົ້ນໄມ້ມະນີໂຄດ ສຶກສາໄດ້ຈາກວັນນະກັມທ້ອງຖິ່ນລາວທາງພາກໃຕ້ ເລື່ອງພະລັກພະລາມ, ແຕ່ຄວາມເຊື່ອ ແລະວັນນະກັມປະເພດພື້ນສືບທີ່ຊາວບ້ານເລົ່າຂານສູ່ລູກສູ່ຫຼານເລົ່າຕໍ່ກັນມາກໍເປັນຕາຟັງໄປອີກແບບໜຶ່ງ, ການເລົ່ານີ້ ຂ້າພະເຈົ້າໄດ້ຮັບຟັງຈາກແມ່ ບູ່ ອຸ່ນວົງ(ໂຊຕິທອນ) ຈື່ແນ່ບໍ່ຈື່ແນ່ດັ່ງນີ້:

"ທ້າວລາບພະນາສວນ ໄດ້ມາຕໍ່ສູ້ກັບພະລັກພະລາມ ທີ່ນຳ້ຂອງແຖວມະຫານະທີສີທັນດອນ, ເຊິ່ງແຕ່ກ່ອນສະ ຖາທີ່ນີ້ບໍ່ມີດອນຫຼາຍ ເມື່ອລາບພະລັກພະລາມມາເຖິງມະຫານະທີສີທັນດອນແລ້ວ ທ້າວພະລາມຈຶ່ງຍິງສອນລົງ ກາງແມ່ນຳ້ ຈຶ່ງເກີດເປັນດອນ ແລ້ວທັງສີ່ສີວິດ ຄືພະລັກ, ພະລາມ, ນາງສີດາຈັນ ແລະທະຫານເອກທ້າວຫະນຸ ມານກໍໄປຍັງດອນນັ້ນ ຮຽກວ່າດອນສອນ, ທ້າວພະລາມກໍໄດ້ນີຣະມິດຜາສາດຂຶ້ນໜຶ່ງຫຼັງເພື່ອປະທັບ, ບໍ່ນານ ເທົ່າໃດ, ທ້າວລາບພະນາສວນກໍໃຫ້ທະຫານຂອງຕົນຕາມມາ ມີພວກຍັກ, ພວກຄຸດ, ພວກຜີເສື້ອຕາມມາເຖິງ ກໍມີການຮົບກັນທີ່ນັ້ນ ທ້າວພະລາມກໍສັ່ງໃຫ້ ທ້າວຫະນຸມານໄປສູ້ຮົບ ທ້າວຫະນຸມານໄດ້ຂ້າທະຫານຂອງລາບ ພະນາສວນຕາຍຈົນໝົດ ເຮັດໃຫ້ທ້າວລາບພະນາສວນໃຈຮ້າຍຈຶ່ງນິລະມິດໃຫ້ນຳ້ຂອງຍຶ່ງນອງຂຶ້ນຖ້ວມດອນນັ້ນ ນຳ້ຍຶ່ງນອງຂຶ້ນເທົ່າໃດ ກໍບໍ່ອາດຖ້ວມດອນ ແລະຜາສາດນັ້ນໄດ້ ທ້າວລາບພະນາສວນຈຶ່ງລະດົມກຳລັງຂອງຕົນ ຂຶ້ນມາມີພວກສັດສາວາສິ່ງ ແລະຍັກມາຮົບທ້າວພະລາມ ກໍຖືກຂ້າຈົນຕາຍ ນຳ້ຍິ່ງຍຶ່ງນອງຂຶ້ນ ເພາະທ້າວລາບພະ ນາສວນໄດ້ເຮັດຝາຍຕັນແມ່ນຳ້ຂອງ ທ້າວພະລາມໄດ້ສັ່ງໃຫ້ທ້າວກະນຸມານໄປທຳລາຍຝາຍນັ້ນ ທ້າວຫະນຸມານ ກໍໄປທຳລາຍຝາຍກັນນຳ້ນັ້ນ ຈຶ່ງກ່າຍເປັນຄອນແກ້ງໃນເຂດສີທັນດອນ ແຕ່ຍ້ອນວ່າທ້າວຫະນຸມານໄປເຫັນນາງ ມັດສາ(ປາມັດສາ) ງາມຫຼາຍຈຶ່ງ ຫຼົງຮັກມົວແຕ່ກ້ຽວພາລາສີກັບນາງມັດສາ ຈຶ່ງບໍ່ສາມາດທຳລາຍກຳແພງຝາຍ ໃຫ້ໝົດສ້ຽງ, ເຖິງປານນັ້ນນຳ້ກໍລົດລົງບໍ່ຖ້ວມດອນໄດ້ ທ້າວລາບພະນາສວນຈຶ່ງຮ້າຍແຮງຂຶ້ນ ຈຶ່ງໄປຂົນເອົາພູ ເອົາໄມ້ລົງມາຖິ້ມໃສ່ດອນນັ້ນ ຫວັງທຳລາຍພະລັກພະລາມໃຫ້ຕາຍ ແຕ່ກໍທຳຮ້າຍບໍ່ໄດ້ ເພາະທ້າວພະລັກໄດ້ເອົາ ສອນກວັດແກວ່ງພູເລົ່ານັ້ນໄປຕົກທີ່ອື່ນໝົດ ຕົກລົງນຳ້ ກໍເກີດເປັນດອນ ມີຮອດ ໔.໐໐໐ ດອນ, ຕົກລົງດິນ ກໍກາຍເປັນພູ ສະນັ້ນໃນດອນໂຂງ ຈຶ່ງມີພູເຂົາຫຼາຍເຖິງ ໙໙ ໜ່ວຍ(ຕາມການບອກເລົ່າ ແລະຄວາມເຊື່ອຂອງ ຊາວດອນໂຂງ) ສ່ວນສອງຝັ່ງແມ່ນຳ້ ຂອງລຽບດອນໂຂງກໍເຕັມແຕ່ພູ.

- ສົງຄາມລະຫວ່າງລາບພະນາສວນ ໄດ້ສູ້ກັນຢູ່ທີ່ນັ້ນ ເຮັດໃຫ້ທະຫານຂອງລາບພະນາສວນຕາຍ ກອງອະເນກ ນອງ ໃຫຼໄປຄ້າງທີ່ຕາດຄອນ ຈຶ່ງຮຽກວ່າ "ລີ່ຜີ".

- ໃນຂະນະນັ້ນເອງ ເມື່ອທ້າວພະລັກ ຕໍ່ສູ້ຊ່ວຍສົງຄາມລະຫວ່າງສັງຄີບພະລີຈັນ, ຢູ່ນັ້ນ ກໍໄດ້ຖືກສອນທີ່ ຝາຕີນ ເກີດຄວາມເຈັບປວດທໍຣະມານ ເອົາຢາຫຍັງປົວບໍ່ໄດ້ ໝໍຢາກໍບອກວ່າ "ຫາກຈະປົວແກ້ຣິດສອນນີ້ໄດ້ ມີຈ້ອງໄປເອົາຕົ້ນ ແລະຮາກຫົວລີງມາປະສົມຢາ" ເມື່ອໝໍຢາບອກວ່າໄປເອົາຮາກ ແລະຕົ້ນຫົວລິງມາປະສົມຢາ ຫະນຸມານຈຶ່ງຂັນອາສາໄປ ພຣະລັກ-ພຣະຣາມ ຈຶ່ງໃຫ້ທ້າວຫະນຸມານໄປຫາຮາກຢານັ້ນ ແຕ່ວ່າຫາກຈະບອກວ່າ ຕົ້ນຫົວລີງ ກໍຢ້ານວ່າທ້າວຫະນຸມາຄຽດ ຈຶ່ງບອກເປັນໄນຍະປິດສະໜາວ່າ  "ໄປເອົາຕົ້ນແລະຮາກຫົວເໝືອນ" ໃຫ້ຫາມາກ່ອນຕາເວັນຕົກດິນ ທ້າວຫະນຸມານໄປຫາຕົນຫົວເໝືອນ ທົ່ວປ່າໄມ້ໃນໂລກກະບໍ່ເຫັນຕົ້ນຫົວເໝືອນ ຈຶ່ງໄປຫາຮອດປ່າຫິມມະພານ ທ້າວຫະນຸມານຫາຕົ້ນຫົວເໝືອນທົ່ວປ່າຫິມມະພານກໍບໍ່ມີ ຈົນຕາ ເວັນຈະພົບຄ່ຳ ໃກ້ຈະຕົກດິນແລ້ວແລ້ວ ຈຶ່ງໄດ້ຫອບເອົາທັງພູມາທັງພູ ເມື່ອເອົາມາແລ້ວຈຶ່ງໃຫ້ໝໍຢາໄປເບິ່ງ ບາດແລ້ວແມ່ນ ຕົ້ນຫົວລິງ ທ້າວຫະນຸມານຈຶ່ງຮ້າຍວ່າເປັນຫຍັງບໍ່ວ່າຕົ້ນຫົວລິງ ພະລັກບອກວ່າຢ້ານຫະນຸມານຄຽດ ເມື່ອເອົາຮາກຫົວລິງໃສ່ແລ້ວ ບາດແຜຂອງພະຣາມຈຶ່ງເຊົາ ພູນ້ອຍໜ່ວຍນັ້ນຈຶ່ງເກີດເປັນພູປັດຈຸບັນຮຽກ ພູໝາກຕ້ອງ ຕໍ່ມາເກີດນໍ້າຖ້ວມໃຫຍ່ ແລະເຮັດໃຫ້ພູໝາກຕ້ອງເພລົງ ຕົ້ນແບ່ງອອກເປັນດອນເຫຼັກໄຟ ຕົ້ນໄມ້ຕົ້ນໜຶ່ງເຊິ່ງຮຽກວ່າຕົ້ນໄມ້ມະນີໂຄດ ໄດ້ໃຫຼໄປເປີະຄ້າງທີ່ຫົວຫາດຄອນພຣະເພງ ເປັນຕົ້ນໄມ້ສັກສິດ  ຄົນທັງຫຼາຍຮຽກວ່າຕົ້ນໄມ້ມະນີໂຄດ ຢູ່ຫົວຄອນພະເພງນັ້ນເທົ່າບັດນີ້.
ຂຽນບັນທຶກໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ, ວັດວິຈິດທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ไม่มีความคิดเห็น:

แสดงความคิดเห็น