วันเสาร์ที่ 24 กันยายน พ.ศ. 2554

ຄວາມໝາຍຄວາມເປັນມາຂອງບຸນມະຫາຊາດໃນລາວ

ຄວາມໝາຍຄວາມເປັນມາຂອງບຸນມະຫາຊາດໃນລາວ
ພຣະຄຣູເນືອງພິລັກ ໂຊຕິທອນ

໑. ຊາດົກໝາຍເຖິງຫຍັງ ?
ຄຳວ່າ “ຊາດົກ”(ຊາຕະກະ) ແປວ່າ ຜູ້ເກີດ ຄື ເຫຼົ່າເຖິງການທີ່ພຣະພຸດທະເຈົ້າ ຊົງວຽນວາຍຕາຍເກີດ ຄືເອົາກຳເນີດໃນຊາດຕ່າງໆ ໄປຈວບປະຈົບພົບພໍ້ກັບເຫດການຕ່າງໆ ທັງດີແນ່ ບໍ່ດີແນ່, ແຕ່ກໍໄດ້ສ້າງຄຸນງາມຄວາມດີຕິດຕໍ່ກັນມາທັງຫຼາຍ ແລະນ້ອຍ ຕລອດມາ ຈົນເຖິງໄດ້ເກີດເປັນພຣະພຸດທະເຈົ້າໃນຊາດສຸດທ້າຍ.
ກ່າວອີກຢ່າງໜຶ່ງ ຖືວ່າ ເລື່ອງຊາດົກເປັນວິວັດທະນາການ ແຫ່ງການບຳເພັງຄຸນງາມຄວາມດີ ຂອງພຣະພຸດທະເຈົ້າ ຕັ້ງແຕ່ຍັງເປັນພຣະໂພທິສັດພຸ້ນເປັນຕົ້ນມາ.
ໃນອັດຖະກະຖາ ໄດ້ສະແດງວ່າ ຜູ້ນັ້ນຜູ້ນີ້ກັບຊາດມາເກີດເປັນໃຜ ໃນສະໄໝພຣະພຸດທະເຈົ້າ ແຕ່ໃນປາລີພຣະໄຕປີດົກກ່າວເຖິງພຽງບາງເຣື່ອງ ສະເພາະສະນັ້ນສະ ຣະສຳຄັນຈຶ່ງຢູ່ທີ່ຄຸນງາມຄວາມດີ ແລະຢູ່ທີ່ຄະຕິທັມໃນນິທານນັ້ນໆ.
ເປັນທີ່ຮູ້ຈັກກັນຢູ່ແລ້ວວ່າ ຊາດົດທັງໝົດເທົ່າທີ່ໄດ້ຈັດລຽງ ແລະຈັດພິມແລ້ວເປັນພາສາລາວໃນອະດີດ ທັງທີ່ເປັນອັກສອນທັມໃນໃບລານແລ້ວນັ້ນ ມີທັງໝົດ ໕໕໐ ເຣື່ອງ, ແຕ່ເທົ່າທີ່ມີຜູ້ຄົ້ນຄວ້າເພີ່ມຕື່ມໃນພຣະໄຕປີດົກ ໄດ້ນັບເບິ່ງເຫັນວ່າ ໃນເຫຼັ້ມທີ ໒໗ ມີ ໒໒໕ ເຣື່ອງ, ໃນເຫຼັ້ມທີ ໒໘ ມີ ໒໒ ເຣື່ອງ ຣວມທັງໝົດ ແລ້ວມີພຽງ ໕໔໗ ເຣື່ອງ, ກໍຂາດຫາຍໄປ ໓ ເຣື່ອງ, ເຖິງປານນັ້ນກໍຕາມ ຜູ້ຄົ້ນຄວ້າບາງທ່ານອະທິບາຍວ່າ ສ່ວນທີ່ຂາດຫາຍໄປນັ້ນບໍ່ແມ່ນອື່ນໄກ ອາດເປັນນິທານຊ້ອນນິທານ ແລະບໍ່ໄດ້ແບ່ງເຣື່ອງຊ້ອນເຣື່ອງນັ້ນອອກຕ່າງຫາກ, ເຖິງຢ່າງໃດກໍຕາມເມື່ອມີການຄົ້ນຄວ້າມາກ່ອນທັງນັກປາດຊາວຕ່າງປະເທດ ແລະຊາວລາວເຮົາເອງຢືນຢັນວ່າ ຊາດົກທັງໝົດມີ ໕໕໐ ເຣື່ອງ, ກໍສະແດງວ່າ ແມ່ນຖືກຕ້ອງຕາມຈິງ ເພາະຈຳນວນທີ່ຜູ້ນັບນຳຫຼັງວ່າ ມີ ໕໔໗ ເຣື່ອງ ກໍນັບວ່າມີຄວາມໃກ້ຄຽງເປັນຢ່າງຍິ່ງ.

໒. ຄວາມເປັນມາເຣື່ອງພຣະເວດສັນດອນຊາດົກ
ພຣະເຫວດສັນຕະຣະຊາດົກນັ້ນ ຕົກຢູ່ໃນທະສະຊາດົກ ຄືພຣະເຈົ້າ ໑໐ ຊາດ, ໄດ້ສະແດງໄວ້ໃນໝວດຂຸທທະກະນິກາຍ ພຣະສູຕຕັນຕະປີດົກ ພຣະໄຕຣປິດົກເຫຼັ້ມທີ ໒໘ ເຫດທີ່ເກີດຂອງຊາດົກເຣື່ອງນີ້ເປັນດັ່ງນີ້:
ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າ ພ້ອມດ້ວຍພຣະສົງສາວົກຈຳນວນຫຼາຍ ໄດ້ສະເດັດໄປຍັງນະຄອນກະບິລະພັດ(ກະປິລະວັຕຖຸ) ເພື່ອສະແດງທັມໂຜດພຣະຍາ ຕິວົງ, ຂ່າວຊາບເຖິງພຣະເຈົ້າສຸດໂທທະນະພຣະພຸດທະບິດາ ແລະພຣະບາຕິວົງ ຕ່າງກໍມີຄວາມຍິນດີ ພ້ອມກັນໄປຖວາຍການຕ້ອນຮັບ ເມື່ອພຣະຍາຕິວົງໄດ້ເຫັນພຣະພຸດທະ ອົງມີພຣະຮູບອັນງາມ ມີພຣະຊົນມາຍຸຣຸ່ນຣາວຄາວດຽວກັບບຸດທິດາຂອງຕົນກໍບໍ່ຖວາຍຄວາມເຄົາຣົບ ຄົງມີແຕ່ພຣະຣາຊະກຸມານ-ກຸມາຣີໜຸ່ມໆ ທີ່ອາຍຸຕໍ່າກວ່າເທົ່ານັ້ນ ທີ່ຖວາຍການເຄົາຣົບ, ພຣະພຸດທະອົງເຫັນເຊັ່ນນັ້ນ ຈຶ່ງຊົງສະແດງພຣະປາຣະມີ ເຂົ້າສູ່ຊານແລ້ວລອຍຕົວຂຶ້ນອາກາດເໜືອຊຸມນຸມພຣະຍາຕິວົງ ພ້ອມທັງເປັ່ງພຣະສັບພັນນະຣັງສີຮຸ່ງເຮືອງສະຫວ່າງຮອບພຣະອົງ ເປັນທີ່ອັດສະຈັນເປັນອັນຍິ່ງ.
ພຣະເຈົ້າສຸທໂທທະນະພຸດທະບິດາ ທອດພຣະເນຕເຫັນເຊັ່ນນັ້ນ ຈຶ່ງຍົກພຣະຫັດທັງສອງຂຶ້ນ ຖວາຍຄວາມເຄົາຣົບ ແລະຕັດສັນລະເສີນພຣະພຸດທະອົງວ່າ “ໃນຄັ້ງທີ່ພຣະພຸດທະອົງຍັງຊົງພຣະເຍົາວ໌ ໄດ້ເຊີນພຣະພຸດທະອົງເຂົ້າໄປນະມັດສະການຊະ ດິນດາບົດ ຄັ້ງນັ້ນພຣະພຸດທະອົງໄດ້ຊົງສະແດງ ພຣະປາຣະມີລອຍຂຶ້ນເໜືອສຽນເກົ້າຂອງຊະດິນດາບົດ ຄັ້ງນັ້ນພຣະພຸດທະບິດາໄດ້ຖາວຍຄວາມເຄົາຣົບໄປແລ້ວຄັ້ງໜຶ່ງ, ຄັ້ງ ທີສອງ ເມື່ອພຣະເອື້ອຍລ້ຽງໄດ້ເຊີນພຣະພຸດທະອົງ ສະເດັດໄປໃນພິທີວັບປະມຸງຄຸນຈະ ຣົດພຣະນັງຄັນແຣກນາຂວັນ ນະທີ່ທ້ອງສະໜາມຫຼວງ ໂດຍໃຫ້ບັນທົມຢູ່ກ້ອງຕົ້ນໄມ້ ໃນຄັ້ງນັ້ນເຖິງ ແມ່ນວ່າຕາເວັນຄ້ອຍບ່າຍໄປແລ້ວ ແຕ່ເງົາຕົ້ນໄມ້ບໍ່ໄດ້ຄ້ອຍບ່າຍໄປດ້ວຍ ກັບທຳໜ້າທີ່ປະດຸດຈະດັ່ງຄັນຮົ່ມກັ້ງພຣະອົງໄວ້ ບໍ່ໃຫ້ຕ້ອງແສງພຣະອາທິດ ພຣະພຸດທະບິດາໄດ້ຖວາຍຄວາມເຄົາຣົບເປັນຄັ້ງທີສອງ, ແລະຄັ້ງນີ້ເປັນຄັ້ງທີສາມ ທຳໃຫ້ພຣະຍາຕິວົງທຸກໆ ພຣະອົງຖວາຍຄວາມເຄົາຣົບ” ຂະນະນັ້ນກໍບັງເກີດຝົນໂບກຂະຣະພັດ ເຊິ່ງເປັນນຳ້ຝົນສີແດງໃສບໍຣິສຸດຕົກລົງມາ ຫາກພຣະຍາຕິວົງບໍ່ຕ້ອງການໃຫ້ຝົນສີແດງຖືກ ຕ້ອງພຣະກາຍ ກໍຈະເປັນດັ່ງປາຖະໜາ ຄວາມອັດສະຈັນທີ່ເກີດຂຶ້ນໃນຄັງນີ້ ພຣະຍາຕິວົງຕ່າງກໍຕັດວ່າ “ເປັນດ້ວຍອະນຸພາບຂອງພຣະພຸດທະເຈົ້າ” ຈາກນັ້ນຈຶ່ງຂາບທູນລາພຣະພຸດທະເຈົ້າກັບພຣະຣາຊະວັງ.
ຝ່າຍພຣະສົງ ໄດ້ປະຊຸມສົນທະນາກັນເຖິງຄວາມອັດສະຈັນທີ່ເກີດຂຶ້ນ ພຣະພຸດທະອົງຊົງຊາບເຣື່ອງ ຈຶ່ງໄດ້ສະເດັດໄປຍັງທີ່ປະຊຸມແລ້ວຕັດວ່າ “ຝົນໂບກຂະຣະພັດນີ້ ໄດ້ເຄີຍມີມາແລ້ວໃນອະດີດ” ຈາກນັ້ນຈຶ່ງຊົງຕັດຊາດົກເຣື່ອງ ພຣະເວດສັນດອນ ໃຫ້ຄະ ນະສົງຟັງ ເຊິ່ງຖືວ່າເປັນຕົ້ນເຫດໃຫ້ພຣະພຸດທະອົງເທສນາເຣື່ອງ ພຣະເວດສັນດສອນຊາດົກ.

໓. ຄວາມເປັນມາຂອງການເຮັດບຸນມະຫາເຫວດສັນຕະຣະຊາດົກ
​ ​​​ປາກົດໃນໜັງສື ມະໄລໝື່ນ ມະໄລແສນ ເຊິ່ງກ່າວເຖິງດິນແດນລັງກາທະວີບ ມີ ພຣະສົງອົງໜຶ່ງ ນາມວ່າພຣະມະຫາມະໄລ ສຳເລັດອະພິນຍາຍານ ມັກໄປເທດສະໜາ ໂຜດ ສັດນະຣົກປະຈຳ, ວັນໜຶ່ງ ຊາຍຄົນທຸກອາຊີບຫາຟືນຂາຍເພື່ອລ້ຽງຊີບ ໄດ້ເຫັນ ດອກບົວຫຼວງ ກາງໜອງທີ່ສວຍງາມຈຶ່ງເກັບໄດ້ ໘ ດອກແລ້ວ ນຶກວ່າດອກບົວຫຼວງ ເປັນດອກໄມ້ບໍຣິສຸດ ເກີດຢູ່ກາງໜອງຄວນຈະເອົາໄປບູຊາພຣະຣັດຕະນະໄຕຈຶ່ງສົມ ຄວນ ແລະວັນນີ້ກໍເປັນວັນສິນດ້ວຍ ຄິດແລ້ວກໍນຳເອົາດອກບົວນັ້ນໄປຖວາຍແກ່ພຣະ ເຖຣະມາໄລ ແລ້ວຖວາຍເປັນພຸດທະບູຊາ, ທັມມະບູຊາ ແລະສັງຄະບູຊາ ຖວາຍແລ້ວກໍ ປາຖະໜາມັກ-ປາຖະໜາຜົນ ເມື່ອພຣະມາໄລເຖຣະໄດ້ຮັບດອກບົວນັ້ນແລ້ວ ຈຶ່ງນຶກວ່າ “ເຮົາໄປນະຣົກມາໝົດແລ້ວ ບັດນີ້ເຮົາຈະເອົາດອກບົວນີ້ໄປໄຫວ້ພຣະທາດເກດແກ້ວຈຸ ລະມະນີ ຄິດແລ້ວພະມາໄລກໍເຂົ້າຊານແລ້ວກໍເຫາະໄປຕາວະຕິງສາສະຫວັນໂດຍທັນທີ ກໍໄຫວ້ພຣະທາດເກດແກ້ວ ເມື່ອໄຫວ້ພຣະທາດແລ້ວ ກໍໄດ້ພົບພຣະຍາກິນ ກໍຖາມຂ່າວ ຄາວກັນ ວັນນັ້ນເປັນວັນສິນ ພຣະອິນບອກວ່າ ວັນນີ້ຈະມີເທບພະບຸດ ແລະເທພະດາ ຈາກໝື່ນໂລກະທາດມາໄຫວ້ພຣະທາດ ໃນນັ້ນຈະມີເທພະບຸດອະຣິຍະເມດໄຕ ອົງທີ່ຈະ ລົງໄປຕັດເປັນພຣະພຸດທະເຈົ້າໃນຄັ້ງໜ້າຈະມາດ້ວຍ ພຣະມາໄລມີຈຸດປະສົງຢາກພົບ ພຣະສີອະຣິຍະເມດໄຕເທພະບຸດ ກໍຈົ່ງຢູ່ຖ້າ.
ໃນຂະນະລໍຖ້າສີອະຣິຍະເມດໄຕເທພະບຸດຢູ່ນັ້ນ ກໍມີຂະບວນຂອງເທພະດາ ມາກ່ອນຫຼາຍອົງ ພ້ອມດ້ວຍບໍຣິວານຫຼາຍນ້ອຍຕ່າງກັນ ນັບແຕ່ ໑໐໐໐ ຕົນ, ຮອດແສນ ຕົນ ພຣະມາໄລກໍຖາມເຖິງອະນິສົງຂອງການທຳບຸນຂອງເທພະບຸດ ແລະເທພະດາອົງ ຕ່າງໆ ພຣະຍາອິນກໍຕອບພຣະມາໄລເຖຣະ ຕາມບຸບພະກັມຂອງເທພະບຸດເທພະດາ ອົງຕ່າງໆນັ້ນວ່າ “ຄາວເມື່ອເຂົາເປັນມະນຸດໄດ້ເຮັດບຸນທຳທານອັນໃດ ຈຶ່ງໄດ້ອະນິສົງ ພຽງນີ້ ຕາມຖານະຈົນພຣະມາໄລຊາບໂດຍລະອຽດ” ເມື່ອຊິ້ນຂະບວນເທພະບຸດຜູ້ມີ ບໍຣິວານເຖິງໜຶ່ງແສນແລ້ວ ຈຶ່ງເຫັນຂະບວນຂອງອະຣິຍະເມດໄຕເທວະບຸດມາ ພ້ອມ ດ້ວຍບໍຣິວານຂອງຕົນ ອະຣິຍະເມດໄຕເທວະບຸດໄດ້ນຳຂະບວນຮອບພຣະທາດເກດ ແກ້ວແລ້ວ ກໍໄຫວ້ຕາມສົມຄວນ ແລ້ວຈຶ່ງມາໄຫວ້ພຣະຍາອິນ ແລະພຣະມາໄລເຖຣະ ພຣະອິນຖາມຂ່າວຮູ້ວ່າ ພຣະມາໄລເຖຣະມາແຕ່ເມືອງມະນຸດ ຈຶ່ງຖາມສາຣະທຸກສຸກດິບ ແລະຍັງຖາມເຖິງການເຮັດບຸນ ຂອງມະນຸດວ່າ ຍັງປາຖະໜ້າເຫັນໜ້າຂອງເຮົາຢູ່ບໍ ? ພຣະມາໄລຕອບໄປຕາມຄວາມຈິງ ຄື ບາງຜ່ອງເຮັດບຸນ ບາງຜ່ອງບໍ່ເຮັດບຸນ ບາງຜ່ອງ ເປັນຄົນດີທຳບຸນສຸນທານ ແລະບາງຜ່ອງບໍ່ເຮັດ ເປັນຄົນຂີ້ໂຫດສາມານ, ເມື່ອສີຣິຍະ ເມດໄຕ ຍິນດັ່ງນັ້ນແລ້ວ ຈຶ່ງສົງສານມະນຸດ ຈຶ່ງສັ່ງຄວາມມາຫາມະນຸດກັບພຣະມາໄລ ວ່າ “ໃຜຢາກເຫັນໜ້າ ແລະພົບສາສະໜາຂອງພຣະສີອະຣິຍະເມດໄຕໃຫ້ທານ, ຮັກສາ ສິນ ແລະສະມາທິພາວະນາ ຟັງຣົດສາທັມມະເທສະໜາ”.
ພຣະມາໄລເຖຣະ ຈຶ່ງຖາມວ່າ ຫາກມະນຸດປາຖະໜາເຫັນໜ້າພຣະສີອະຣິຍະ ເມດໄຕແລ້ວ ມະນຸດຈະເຮັດຈັ່ງໃດ ? ອະຣິຍະເມດໄຕຈຶ່ງສັ່ງວ່າ “ໃຫ້ມະນຸດຟັງທັມມະ ຫາເວດສັນຕະຣະຊາດົກ ແຕ່ເຄື່ອງບູຊາດ້ວຍຄາຖາພັນ ແລະໃຫ້ຟັງແລ້ວໃນມື້ໜຶ່ງວັນ ດຽວ ແລ້ວປາຖະໜາເຫັນໜ້າພຣະພຸດທະເຈົ້ານາມວ່າອະຣິຍະເມດໄຕ” ດ້ວຍເຫດນີ້ ຊາວພຸດຈຶ່ງນິຍົມເຮັດບຸນພຣະເຫວດແຕ່ນັ້ນມາ, ແຕ່ບັດນີ້ການເຮັດບຸນພຣະເຫວດ ປາ ກົດເຮັດຈົນປະເພນີຂອງຊາດນັ້ນ ແມ່ນຊຸມຊົນເຊື້ອຊາດລາວເທົ່ານັ້ນ.

໔. ຄວາມເປັນມາຂອງການເຮັດບຸນມະຫາເຫວດສັນຕະຣະຊາດົກໃນລາວ.
ພຣະເວດສັນຕະຣະຊາດົກ ບາງຄັ້ງກໍຮຽກວ່າ “ມະຫາເວດສັນຕະຕະຊາດົກ” ເປັນຊາດົກເຣື່ອງໃຫຍ່ ກ່າວເຖິງພຣະໂພທິສັດ ເຊິ່ງສະເຫວີຍພຣະຊາດເປັນພຣະເວດສັນດອນ “ເວສັນຕຣະ” ໄດ້ບຳເພັງພຣະປາຣະມີຢ່າງສູງສຸດ ຍາກເກີນກວ່າຈະມີຜູ້ໃດທຳໄດ້ ຄື ໃຫ້ບຸດແລະພັລຍາແກ່ຜູ້ທີ່ມາຂໍ ນອກຈາກນັ້ນຍັງບຳເພັງພຣະປາຣະມີອັນຍິ່ງໃຫຍ່ອື່ນໆຄົບຖ້ວນ ໑໐ ປະການ, ຈຶ່ງ ຮຽກອີກຢ່າງໜຶ່ງວ່າ “ມະຫາຊາດ-ມະຫາຊາຕະ” ແລະການເທດເຣື່ອງພຣະເຫວດສັນດອນ ກໍຮຽກວ່າເທສນາມະຫາຊາດ.
ມະຫາເວສສັນຕະຣະຊາດົກ ເປັນເຣື່ອງສູງສົ່ງ ສະແດງໃຫ້ເຫັນເຖິງການເສັຍສະຫຼະປະໂຫຍດສຸກສ່ວນຕົວ ຂອງພຣະເວສສັນດອນ ເພື່ອເປັນທາງນຳໄປສູ່ໂພທິຍານ ເມື່ອໄດ້ບັນລຸໂພທິຍານແລ້ວ ກໍບໍ່ໄດ້ຮັບປະໂຫຍດສຸກສະເພາະຕົນ ແຕ່ໄດ້ນຳມາສັ່ງ ສອນເພື່ອປະໂຫຍດສຸກແກ່ຊາວໂລກດ້ວຍ.
ມະຫາເວສສັນຕະຣະຊາດົກ ເປັນເຣື່ອງທີ່ຄົນລາວຮູ້ຈັກກັນມາຕັ້ງແຕ່ ສະໄໝທີ່ ພຣະພຸດທະສາສນາເຂົ້າມາລາວແລ້ວ ຄືນັບແຕ່ສະໄໝອານາຈັກຊຽງທອງ ມີຫຼັກຖານແນ່ນອນໃນສະໄໝລ້ານຊ້າງຊຽງທອງ ແລະມີຫຼັກຖານປາກົດທົ່ວໄປໃນໜັງສືໃບລານ ແລະຮີດ ໑໒ ຄອງ ໑໔ ອັນເປັນກົດມົນທຽນບານຂອງລາວ, ກາຍເປັນຄະຕິຄວາມເຊື່ອຂອງຄົນລາວທືສືບທອດມາເຖິງປັດຈຸບັນນີ້.
ມະຫາເວສສັນຕະຣາຊາດົກນັ້ນ ປາກົດເຫັນທົ່ວໄປໃນຫົວເມືອງລາວ ແລະບັນດາຫົວເມືອງ ທີ່ເຄີຍເປັນສ່ວນໜຶ່ງຂອງປະ ເທດລ້ານຊ້າງໃນອະດີດ ບໍ່ວ່າຫົວເມືອງໃນພາກອິສານຂອງໄທຍ໌, ຫົວເມືອງພາກເໜືອຂອງຂະເໝນ, ຫົວເມືອງພາກໃຕ້ຂອງຈີນ ແລະເມືອງທ່າຂີ້ເຫຼັກຂອງພຣະມ້າ, ໃນອານາຈັກລ້ານນາ, ໃນບັນດາຫົວເມືອງເຫຼົ່ານີ້ ໜັງສືພຣະເວສສັນດອນນັ້ນ ມັກຈະມີລັກສະນະໃຊ້ພາສາລາວ, ໜັງສືພຣະເວສສຳນວນພາ ສາລາວນັ້ນ, ມັກຈະເປັນລັກສະນະຍົກສັບທັງໝົດ, ໜັງສືລຳພຣະເຫວດປະເພດຍົກສັບນີ້ນັ້ນ ມັກຈະນຳມາເທສໃນງາບຸນພຣະເວສປະຈຳປີ ຫຼືບຸນມະຫາຊາດ, ບໍ່ນິຍົມເອົາໜັງສື ພຣະເວສກ້ອມ ຫຼືໜັງສືພຣະເວສປະເພດຄຳກອນມາເທດໃນງາບຸນມະຫາຊາດ.
ໜັງສືພຣະເວດເທົ່າທີ່ປາກົດນັ້ນ ຈະຂຽນເປັນອັກສອນລາວເດີມ (ອັກສອນທັມໃນແບບນິຍົມຂອງຊົນເຜົ່າຕ່າງໆຂອງລາວ) ແລະຂຽນໃສ່ໃບລານມີອາຍຸຫຼາຍຮ້ອຍປີກໍປາກົດຢູ່, ແຕ່ຢ່າງໃດກໍຕາມເທົ່າທີ່ເອົາຕົວຢ່າງຈາກໜັງສືພຣະເຫວດທີ່ມີຄວາມຍາວສຸດນັ້ນ ໃຊ້ເວລາເທດຕໍ່ເນື່ອງກັນຕັ້ງແຕ່ເວລາ ໐໒:໐໐ ໂມງຕອນເດີກ, ໄປສິ້ນສຸດຢູ່ທີ່ເວລາ ໒໐:໐໐ ໂມງ, ໜັງສືຍາວສຸດພົບທີ່ວັດຂະເໜົາໂພນຈຳ ປີ ຄ.ສ ໑໙໗໒, ດຽວນີ້ບໍ່ໃຊ້ແລ້ວຍາວໂພດ, ໜັງສືທີ່ໃຊ້ກັນທົ່ວໄປນີມັກຈະເທດແຕ່ເວລາ ໐໓:໐໐ ໂມງເຊົ້າ ເທດຕໍ່ເນື່ອງໄປສິ້ນສຸດຢູ່ທີ່ເວລາບໍ່ເກີນ ໑໘:໐໐ ໂມງແລງ, ນີ້ມີຫຼາຍ, ນັບແຕ່ປີ ໑໙໗໐ ເປັນຕົ້ນມາ, ທ່ານມະຫາສີລາວິຣະວົງ ກໍໄດ້ລິດຈະນາໜັງສືພຣະເຫວດ ເປັນພາສາລາວໃສ່ປື້ມ ແລະຕໍ່ມາກໍມີສະບັບຂອງສາທຸໃຫຍ່ຄຳຈັນ ວິຣະຈິດໂຕ ເຈົ້າຄະນະແຂວງຫຼວງພຣະບາງພິມ, ໜັງສືສອງສະບັບນີ້ ຖືໄດ້ວ່າເປັນສະບັບມາດຕາຖານ ແລະເປັນທີ່ນິຍົມຂອງນັກຂຽນໜັງສືໃບລານ ທີ່ສຸດໃນການທີ່ຈະກ່າຍອອກເປັນຕົວທັມ ໃສ່ໜັງສືໃບລານຄືນ ເພາະຖືກຕ້ອງ ຕາມພາສາລາວ ແລະພາສາປາລີ, ແລະມີຜູ້ສັດທາກ່າຍຕໍ່ກັນມາເລື້ອຍໆ ເພື່ອເອົາໄປຖວາຍໄວ້ວັດຕ່າງໆທົ່ວປະເທດລາວແລ້ວ ເຮັດໃຫ້ໜັງສືພຣະເຫວດໃນຍຸກປັດຈຸບັນ ມີຄວາມຄ້າຍກັນເກືອບທົ່ວປະເທດ ໃນເລື່ອງຂອງສຳນວນແຫ່ງການໃຊ້ພາສາ ແລະເລື່ອງຂອງ ການຂະຫຍາຍຄວາມ.
ສ່ວນໜັງສືພຣະເຫວດແບບສຳນວນລາວນັ້ນ ແມ່ນມີການໃຊ້ຢ່າງຫຼວງຫຼາຍໃນຫົວເມືອງອີສານຂອງໄທຍ໌ ເທົ່າທີ່ຜູ້ຂຽນໄດ້ພົບແມ່ນພຣະພຸດຖາຈານອາດອາສາພະ ເຖຣະແຫ່ງວັດມະຫາທາດ ໄດ້ພິມເປັນອັກສອນໄທຍ໌ ແຕ່ເພິ່ນໄດ້ຖືເອົາແບບທີ່ພົບໃນພາກອີສານ(ແຂວງຮ້ອຍເອັດ)ເປັນຕົວຢ່າງໃນການປະຣິວັດເປັນອັກສອນໄທຍ໌ ແລະເອົາສະບັບທ່ານມະຫາສີລາວິຣະວົງ ແລະແບບເມືອງຫຼວງ(ສົງໄສແມ່ນແບບຂອງສາທຸໃຫຍ່ຄຳຈັນ) ສະບັບອ້າງອິງ ເພາະເພີ່ນໃຊ້ຄຳວ່າ ສະບັບຫຼວງພຣະບາງ ເພິ່ນສະຫຼຸບວ່າສ່ວນໃຫຍ່ຈະເໝືອນກັນ ແລະສ່ວນທີ່ບໍ່ເໝືອນກັນເພິ່ນກໍສົມທຽບໃຫ້ເຫັນດ້ວຍ.
ສ່ວນສະບັບທີ່ມັກໃຊ້ເທດແທ້ໆນັ້ນ ຈະພິມເປັນອັກສອນໄທຍ ໃສ່ເຈັ້ຍພິມທີ່ ໂຮງພິມລ່ຽງຊ່ຽງຈົງຈະເຣີນ ເປັນເຈັ້ຍເຮັດແບບເຈັ້ຍສາ, ສຳນວນລາວທັງໝົດ, ຕ່າງແຕ່ ພິມເປັນອັກສອນໄທຍ໌ເທົ່ານັ້ນ, ຢ່າງໃດກໍຕາມໜັງສືພຣະເວດໃນຫົວເມືອງອີສານນັ້ນແມ່ນສະບັບສຳນວນລາວ, ເພາະສະບັບສຳນວນພາສາໄທຍ໌ນັ້ນກໍມີຕ່າງຫາກ ສະນັ້ນທີ່ເມືອງໄທຍ໌ ມີໜັງສືພຣະເວດສອງແບບ ຄືສະບັບແບບອີສານ ແລະສະບັບແບບໄທຍ໌(ຄື ແບບພາສາໄທຍ) ສ່ວນສະບັບລ້ານນານັ້ນ ແມ່ນຈະມີລັກສະນະດຽວກັບລາວ ເຖິງມີຕ່າງແນ່ກໍເລັກນ້ອຍ ຖືວ່າເປັນໜັງສືແບບພາສາລາວເລີຍ ເພາະມີວິວັດທະນະນາການມາທາງດຽວກັນຢູ່ແລ້ວ, ສຳລັບໜັງສືພຣະເຫວດຂອງລາວກັບຂອງອີສານນັ້ນ ມີລັກ ສະນະເໝືອນກັນ ກໍຍ້ອນວ່າຊວອີສານເປັນສ່ວນໜຶ່ງຂອງລ້ານຊ້າງມາກ່ອນ ແລະດຳຣົງວັດທະນະທັມຮີດ ໑໒ ຄອງ ໑໔ ດຽວກັນກັບລາວ, ຈະວ່າໃຜເອົາແບບໃຜນັ້ນ ຂໍຕອບວ່າອີສານແມ່ນມີຕົ້ນແບບຈາກຈຳປາສັກ ແລະວຽງຈັນ ເພາະວ່າສູນກາງອຳນາດທາງວັດ ທະນະທັມອີສານນັ້ນແມ່ນຢູ່ວຽງຈັນ ແລະຈຳປາສັກຢູ່ແລ້ວ ເຫັນໄດ້ຈາກຫົວເມືອງອິສານ ທັງໝົດນັ້ນໃນເມື່ອກ່ອນຂຶ້ນກັບນະຄອນຈຳປາສັກ ແລະນະຄອນວຽງຈັນ.
ໜັງສືພຣະເຫວດສັນຕະຣະຊາດົກນັ້ນ ຈະເປັນສະບັບໃດກໍຕາມ ຈະມີພັນພຣະຄາຖາ ດ້ວຍເຫດນັ້ນ ບາງແຫ່ງຈຶ່ງຮຽກວ່າ “ຟັງທັມຄາຖາພັນ” ຄືວ່າ ເມື່ອຈະເຮັດບຸນພຣະເຫວດ ມັກ ຈະແຕ່ງຄາຖາພັນ ສ່ວນຄາຖາພັນແຕ່ງ ຢ່າງໃດໃຫ້ໄປສຶກສາໃນໜັງສື ແຫ່ງພຣະເຫວດເຂົ້າເມືອງ ຂອງພຣະອາຈານເນືອງພິລັກ ໂຊຕິທອນ-ອາຈານບຸນເຕີມ ສີບຸນເຮືອງ ພິມໃນປີ ໒໐໐໔, ແລະ ໜັງສືພຣະເຫວດຂອງມະຫາສີລາ ວິຣະວົງ ແລະຂອງສາທຸໃຫຍ່ຄຳຈັນ ວິຣະຈິຕໂຕ.

ໜັງສືອ້າງອີງ:​ ​ ​- ໜັງສືລຳພຣະເຫວດ ໜັງສືທັມໃບລານ ທີ່ວັດຂະເໝົາໂພນຈຳປາ(ໜັງ ສືຜູກສະບັບເດີມ) - ໜັງສືລຳພຣະເຫວດ ມະຫາສີລາ ວິຣະວົງ ພີມປີ ໑໙໗໒. - ໜັງສືລຳພຣະເຫວດ ສາທຸໃຫຍ່ຄຳຈັນ ວິຣະຈິໂຕ ວັດແສນສຸຂະຣາມ. - ໜັງສືລຳພະເຫວດສະບັບຫຍໍ້ ສຳນັກຄົ້ນຄວ້າພຸດທະສາສນາ ຂອງພຣະ ອາຈານພິມໂພ ເຕຊະທັມໂມ. - ໜັງສືເທດແລ່ ເຊີນພຣະເຫວດເຂົ້າເມືອງ ພຣະອາຈານຊາເນືອງພິລັກ ໂຊ ຕິທອນ ແລະອາຈານບຸນເຕີມ ສີບຸນເຮືອງ., ພິມ ປີ ໒໐໐໔.

ไม่มีความคิดเห็น:

แสดงความคิดเห็น