วันพุธที่ 25 เมษายน พ.ศ. 2555

ພົບເຮືອນຮ້ານ ຫີນຕັ້ງ ແລະຄ້ອງບັ້ງ ທີ່ມາເລເຊັຍ

- ປະເທດມາເລເຊັຍ ຢູ່ຫ່າງໄກຈາກລາວຕັ້ງ 2000 ກວ່າກິໂລແມັດ, ລວມທັງເກາະດອນໃນຝັ່ງມະຫາສະໝຸດປາຊິ ຟິກທັງມວນນັ້ນແລ້ວຊາວມາເລເຊັຍນັ້ນໃນໄລຍະປະຫວັດສາດຂອງຊາດລາວ ແລະມາເລເຊັຍ ບໍ່ປາກົດເຫັນມີ ການພົວພັນທາງປະຫວັດສາດໃດໆທັງສິ້ນ, ໃນປະມານປິ ຄ.ສ 1640 ໃນສະໄໝພຣະບາດສົມເດັດພຣະເຈົ້າສຸ ຣິຍະວົງສາທັມມິກະຣາຊ ຊາວລາວຄົງຈະຮູ້ຊາວມາເລເຊັຍ ແລະເມືອງມາລັກກາ ດ້ວຍວ່າທູດຊາວໂຮນລັງໄດ້ ທີ່ມາຈາກມາລັກກາໄດ້ມາຈະເຣີນສຳພັນທະໄມຕີກັບອານາຈັກລ້ານຊ້າງສະໄໝນັ້ນເທົ່ານັ້ນ.

- ເມື່ອວັນທີ 14-19 ເມສາ 2012 ຫຼັງຈາກທຳບຸນສະຫຼອງປີໃໝ່ທີ່ສະຖານເອກອັກຄະລັດຖະທູດ ສປປ.ລາວ ທີ່ກົວລາລັມເປີແລ້ວ ທາງທ່ານທູດ ແລະຄອບຄົວ ພ້ອມດ້ວຍພະນັກງານ 1 ຄົນ, ພາຄະນະພວກເຮົາ ທີ່ມາຈາກ ສປປ,ລາວ ໄປທ່ຽວ ໃນນັ້ນກໍມີທ່ານອາເລັກ ພ້ອມພັນລະຍາ ອາສາເປັນໄກດ໌ ທັງເປັນຜູ້ບໍລິການທັງໝົດໃນການເດີນໃນວັນທີ 16-17/04/2012.

-