วันศุกร์ที่ 30 กันยายน พ.ศ. 2554

ຕົ້ນໄມ້ມະນີໂຄດ ວັນນະກັມແລະຄວາມເຊື່ອລາວພາກໃຕ້

- ຕົ້ນໄມ້ມະນີໂຄດ ສຶກສາໄດ້ຈາກວັນນະກັມທ້ອງຖິ່ນລາວທາງພາກໃຕ້ ເລື່ອງພະລັກພະລາມ, ແຕ່ຄວາມເຊື່ອ ແລະວັນນະກັມປະເພດພື້ນສືບທີ່ຊາວບ້ານເລົ່າຂານສູ່ລູກສູ່ຫຼານເລົ່າຕໍ່ກັນມາກໍເປັນຕາຟັງໄປອີກແບບໜຶ່ງ, ການເລົ່ານີ້ ຂ້າພະເຈົ້າໄດ້ຮັບຟັງຈາກແມ່ ບູ່ ອຸ່ນວົງ(ໂຊຕິທອນ) ຈື່ແນ່ບໍ່ຈື່ແນ່ດັ່ງນີ້:

"ທ້າວລາບພະນາສວນ ໄດ້ມາຕໍ່ສູ້ກັບພະລັກພະລາມ ທີ່ນຳ້ຂອງແຖວມະຫານະທີສີທັນດອນ, ເຊິ່ງແຕ່ກ່ອນສະ ຖາທີ່ນີ້ບໍ່ມີດອນຫຼາຍ ເມື່ອລາບພະລັກພະລາມມາເຖິງມະຫານະທີສີທັນດອນແລ້ວ ທ້າວພະລາມຈຶ່ງຍິງສອນລົງ ກາງແມ່ນຳ້ ຈຶ່ງເກີດເປັນດອນ ແລ້ວທັງສີ່ສີວິດ ຄືພະລັກ, ພະລາມ, ນາງສີດາຈັນ ແລະທະຫານເອກທ້າວຫະນຸ ມານກໍໄປຍັງດອນນັ້ນ ຮຽກວ່າດອນສອນ, ທ້າວພະລາມກໍໄດ້ນີຣະມິດຜາສາດຂຶ້ນໜຶ່ງຫຼັງເພື່ອປະທັບ, ບໍ່ນານ ເທົ່າໃດ, ທ້າວລາບພະນາສວນກໍໃຫ້ທະຫານຂອງຕົນຕາມມາ ມີພວກຍັກ, ພວກຄຸດ, ພວກຜີເສື້ອຕາມມາເຖິງ ກໍມີການຮົບກັນທີ່ນັ້ນ ທ້າວພະລາມກໍສັ່ງໃຫ້ ທ້າວຫະນຸມານໄປສູ້ຮົບ ທ້າວຫະນຸມານໄດ້ຂ້າທະຫານຂອງລາບ ພະນາສວນຕາຍຈົນໝົດ ເຮັດໃຫ້ທ້າວລາບພະນາສວນໃຈຮ້າຍຈຶ່ງນິລະມິດໃຫ້ນຳ້ຂອງຍຶ່ງນອງຂຶ້ນຖ້ວມດອນນັ້ນ ນຳ້ຍຶ່ງນອງຂຶ້ນເທົ່າໃດ ກໍບໍ່ອາດຖ້ວມດອນ ແລະຜາສາດນັ້ນໄດ້ ທ້າວລາບພະນາສວນຈຶ່ງລະດົມກຳລັງຂອງຕົນ ຂຶ້ນມາມີພວກສັດສາວາສິ່ງ ແລະຍັກມາຮົບທ້າວພະລາມ ກໍຖືກຂ້າຈົນຕາຍ ນຳ້ຍິ່ງຍຶ່ງນອງຂຶ້ນ ເພາະທ້າວລາບພະ ນາສວນໄດ້ເຮັດຝາຍຕັນແມ່ນຳ້ຂອງ ທ້າວພະລາມໄດ້ສັ່ງໃຫ້ທ້າວກະນຸມານໄປທຳລາຍຝາຍນັ້ນ ທ້າວຫະນຸມານ ກໍໄປທຳລາຍຝາຍກັນນຳ້ນັ້ນ ຈຶ່ງກ່າຍເປັນຄອນແກ້ງໃນເຂດສີທັນດອນ ແຕ່ຍ້ອນວ່າທ້າວຫະນຸມານໄປເຫັນນາງ ມັດສາ(ປາມັດສາ) ງາມຫຼາຍຈຶ່ງ ຫຼົງຮັກມົວແຕ່ກ້ຽວພາລາສີກັບນາງມັດສາ ຈຶ່ງບໍ່ສາມາດທຳລາຍກຳແພງຝາຍ ໃຫ້ໝົດສ້ຽງ, ເຖິງປານນັ້ນນຳ້ກໍລົດລົງບໍ່ຖ້ວມດອນໄດ້ ທ້າວລາບພະນາສວນຈຶ່ງຮ້າຍແຮງຂຶ້ນ ຈຶ່ງໄປຂົນເອົາພູ ເອົາໄມ້ລົງມາຖິ້ມໃສ່ດອນນັ້ນ ຫວັງທຳລາຍພະລັກພະລາມໃຫ້ຕາຍ ແຕ່ກໍທຳຮ້າຍບໍ່ໄດ້ ເພາະທ້າວພະລັກໄດ້ເອົາ ສອນກວັດແກວ່ງພູເລົ່ານັ້ນໄປຕົກທີ່ອື່ນໝົດ ຕົກລົງນຳ້ ກໍເກີດເປັນດອນ ມີຮອດ ໔.໐໐໐ ດອນ, ຕົກລົງດິນ ກໍກາຍເປັນພູ ສະນັ້ນໃນດອນໂຂງ ຈຶ່ງມີພູເຂົາຫຼາຍເຖິງ ໙໙ ໜ່ວຍ(ຕາມການບອກເລົ່າ ແລະຄວາມເຊື່ອຂອງ ຊາວດອນໂຂງ) ສ່ວນສອງຝັ່ງແມ່ນຳ້ ຂອງລຽບດອນໂຂງກໍເຕັມແຕ່ພູ.

- ສົງຄາມລະຫວ່າງລາບພະນາສວນ ໄດ້ສູ້ກັນຢູ່ທີ່ນັ້ນ ເຮັດໃຫ້ທະຫານຂອງລາບພະນາສວນຕາຍ ກອງອະເນກ ນອງ ໃຫຼໄປຄ້າງທີ່ຕາດຄອນ ຈຶ່ງຮຽກວ່າ "ລີ່ຜີ".

- ໃນຂະນະນັ້ນເອງ ເມື່ອທ້າວພະລັກ ຕໍ່ສູ້ຊ່ວຍສົງຄາມລະຫວ່າງສັງຄີບພະລີຈັນ, ຢູ່ນັ້ນ ກໍໄດ້ຖືກສອນທີ່ ຝາຕີນ ເກີດຄວາມເຈັບປວດທໍຣະມານ ເອົາຢາຫຍັງປົວບໍ່ໄດ້ ໝໍຢາກໍບອກວ່າ "ຫາກຈະປົວແກ້ຣິດສອນນີ້ໄດ້ ມີຈ້ອງໄປເອົາຕົ້ນ ແລະຮາກຫົວລີງມາປະສົມຢາ" ເມື່ອໝໍຢາບອກວ່າໄປເອົາຮາກ ແລະຕົ້ນຫົວລິງມາປະສົມຢາ ຫະນຸມານຈຶ່ງຂັນອາສາໄປ ພຣະລັກ-ພຣະຣາມ ຈຶ່ງໃຫ້ທ້າວຫະນຸມານໄປຫາຮາກຢານັ້ນ ແຕ່ວ່າຫາກຈະບອກວ່າ ຕົ້ນຫົວລີງ ກໍຢ້ານວ່າທ້າວຫະນຸມາຄຽດ ຈຶ່ງບອກເປັນໄນຍະປິດສະໜາວ່າ  "ໄປເອົາຕົ້ນແລະຮາກຫົວເໝືອນ" ໃຫ້ຫາມາກ່ອນຕາເວັນຕົກດິນ ທ້າວຫະນຸມານໄປຫາຕົນຫົວເໝືອນ ທົ່ວປ່າໄມ້ໃນໂລກກະບໍ່ເຫັນຕົ້ນຫົວເໝືອນ ຈຶ່ງໄປຫາຮອດປ່າຫິມມະພານ ທ້າວຫະນຸມານຫາຕົ້ນຫົວເໝືອນທົ່ວປ່າຫິມມະພານກໍບໍ່ມີ ຈົນຕາ ເວັນຈະພົບຄ່ຳ ໃກ້ຈະຕົກດິນແລ້ວແລ້ວ ຈຶ່ງໄດ້ຫອບເອົາທັງພູມາທັງພູ ເມື່ອເອົາມາແລ້ວຈຶ່ງໃຫ້ໝໍຢາໄປເບິ່ງ ບາດແລ້ວແມ່ນ ຕົ້ນຫົວລິງ ທ້າວຫະນຸມານຈຶ່ງຮ້າຍວ່າເປັນຫຍັງບໍ່ວ່າຕົ້ນຫົວລິງ ພະລັກບອກວ່າຢ້ານຫະນຸມານຄຽດ ເມື່ອເອົາຮາກຫົວລິງໃສ່ແລ້ວ ບາດແຜຂອງພະຣາມຈຶ່ງເຊົາ ພູນ້ອຍໜ່ວຍນັ້ນຈຶ່ງເກີດເປັນພູປັດຈຸບັນຮຽກ ພູໝາກຕ້ອງ ຕໍ່ມາເກີດນໍ້າຖ້ວມໃຫຍ່ ແລະເຮັດໃຫ້ພູໝາກຕ້ອງເພລົງ ຕົ້ນແບ່ງອອກເປັນດອນເຫຼັກໄຟ ຕົ້ນໄມ້ຕົ້ນໜຶ່ງເຊິ່ງຮຽກວ່າຕົ້ນໄມ້ມະນີໂຄດ ໄດ້ໃຫຼໄປເປີະຄ້າງທີ່ຫົວຫາດຄອນພຣະເພງ ເປັນຕົ້ນໄມ້ສັກສິດ  ຄົນທັງຫຼາຍຮຽກວ່າຕົ້ນໄມ້ມະນີໂຄດ ຢູ່ຫົວຄອນພະເພງນັ້ນເທົ່າບັດນີ້.
ຂຽນບັນທຶກໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ, ວັດວິຈິດທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ອັຕຖະຣົສ (ຣົສຂອງວັນນະກັມລາວ)

- ວັນນະກັມທີ່ເປັນອັມມະຕະ ປະກອບມີ 9 ຣົສ ເຊິ່ງຮຽກວ່າອັຕຖະຣົສ ຫຼືຮຽກເປັນບົດມີ 9 ບົດດັ່ງນີ້.
1.ຣົສຮັກ
2.ຣົສໂສກ
3.ຣົສກ້າຫານ
4.ຣົສອັສຈັຣຍ໌.
5.ຣົສຕລົກ.
6.ຣົສໜ້າຢ້ານກົວ.
7.ຣົສຣະຫ້ອຍອ່ອນຊອນ.
8.ຣົສກຽດຊັງ.
9. ຣົສຄຽດແຄ້ນ.
(ຄັດຈາກໜັງສືເຣື່ອງຫານສ້າງຫໍກອງ ແລະກອງ ຂອງພຣະຄຣູເນືອງພິລັກ ໂຊຕິທອນ ພິມປີ 2007).
- ວັນນະກັມລາວບູຮານ ປະກອບມີວັນນະກັມຫຼາຍປະເພສ ແລະລະປະເພສມີຫຼາຍຣົສ, ບາງປະເພສ, ມີໜຶ່ງຣົສ, ສອງຣົສ, ສາມຣົສກໍມີ ເຊັ່ນຕົວຢ່າງເຣື່ອງຕລົກຊວນຫົວ ປະເພດນິທານກ້ອມ ເປັນວັນນະກັມທີ່ມີຣົສດຽວ ຫຼືສອງ, ສາມຣົສເທົ່ານັ້ນ, ແຕ່ມີວັນນະວັນນະກັມບູຮານລາວຫຼາຍປະເພສ ແລະຫຼາຍເຣື່ອງ ແມ່ນແຕ່ງຂຶ້ນພາຍໃຕ້ເຣື່ອງລາວທີ່ມີເຄົ້າໂຄງມາຈາກນິທານທັມມະບົດ ຈາກພຣະໄຕຣປິດົກ ເຊິ່ງຮຽກວ່າວັນນະກັມທາງສາສນາ ຫຼືຮຽກວ່າວັນນະກັມລາວ ຫຼືວັນນະຄະດີລາວ ທີ່ອ້າງອີງເຣື່ອງລາວຈາກສາສນາ ອັນເປັນອະດີດຊາດຂອງພຣະໂພທິສັດ ເຊິ່ງຮຽກວ່າຊາດົກ.
- ວັນນະກັມລາວບູຮານເຫຼົ່ານີ້ ທີ່ຖືວ່າເປັນອັມມະຕະທີ່ສຸດ ໄດ້ແກ່ໜັງສືວັນນະກັມສັງສິນຊັຍ, ກາຣະເກດ, ສຸຣິວົງ, ແຕງອ່ອນ, ກໍ່ຳກາດໍາ, ທ້າວກໍາພ້າຕ່າງໆ ວັນນະກັມລາວທີ່ໂດດເດັ່ນຄົບທຸກໆຣົສ ແລະເປັນອັມມະຕະທີ່ສຸດໄດ້ແກ່ເຣື່ອງພຣະເວສສັນດອນ ຫຼືເວສສັນຕຣະຊາດົກ ເປັນວັນນະກັມອັມມະຕະ ແລະເປັນວັນນະກັມສຸດຍອດ ທີ່ນິຍົມທີ່ສຸດໃນຫົວເມ່ືອງລາວ ແລະຊຸມຊົນລາວ ນັບຕັ້ງແຕ່ອະດີຕຮອດປັດ ຈຸບັນ ເຊິ່ງທາງຣາຊະການໃນຣາຊະອານາຈັກລ້ານຊ້າງ ໃນອະດີດບັນຍັດໄວ້ເປັນສ່ວນໜຶ່ງຂອງຮີດ 12 ອັນເປັນແມ່ບົທ(ບໍຣິບົທ)ແຫ່ງວັດທະນະທັມລາວຕລອດມາເທົ່າບັດນີ້.
- ສະນັ້ນ, ເຮົາຈຶ່ງເຫັນວ່າວັນນະກັມລາວບູຮານ ມີຫຼາຍວັນນະກັມທີ່ເປັນມໍຣະດົກຂອງຊາດ, ວັນນະກັມພຣະເວສສັນດອນຊາດົກ ຖືວ່າເປັນວັນນະກັມອັມມະຕະ ແລະເປັນວັນນະກັມຂອງຊາດລາວ ມາເປັນເວລາຍາວນານທີ່ສຸດ ແລະເປັນວັນນະກັມທີ່ສຸດຍອດທີ່ສຸດ ມີຄົບທຸກຣົສຊາດຕາມທີ່ກ່າວໄວ້ແລ້ວ.

วันเสาร์ที่ 24 กันยายน พ.ศ. 2554

ດ້ວຍເຫດໃດ ຍອດຊໍ່ຟ້າສິມວັດຊຽງທອງຈຶ່ງມີ ໑໕ ຍອດ

ຄວາມເປັນມາຫຍໍ້ຂອງສິມວັດຊຽງທອງ
ສີມ(ພັດທະສີມາ)ວັດຊຽງທອງ ເປັນສຸດຍອດສີລະປະລ້ານຊ້າງ ສະກຸນຊ່າງຫຼວງພຣະບາງທີ່ເກົ່າແກ່ ແລະຍັງຫຼົງເຫຼືອໃຫ້ສຶກສາ ທຸກຢ່າງຍັງສົມບູນທີ່ສຸດ, ສ້າງຂຶ້ນເມື່ອ ພ.ສ ໒໑໐໒-໐໓ ສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ລັກສະນະ ແລະສະຖາປັດຕະຍະກັມທີ່ເຫັນປັດຈຸບັນໄດ້ຮັບການບູຣະນະປະຕິສັງຂອນຂຶ້ນ ໂດຍຄົງຮູບເດີມໄວ້່ ໃນສະໄໝຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໃນ ພ.ສ ໒໔໗໑ ແລະໃນສະໄໝຂອງພຣະບາດສົມເດັັດພຣະເຈົ້າຊີວິດສີສະຫວ່າງວັດທະນາກໍມີການປູຣະນະ ອີກເລັກນ້ອຍ ຈົນຮອດສະໄໝປັດຈຸບັນກໍມີການປູຣະນະ.

ກ່ຽວກັບຍອດຊໍ່ຟ້າ
ຍອດຊໍ່ຟ້າຖືວ່າສະຖາປັດຕະຍະກັມສີລະປະລາວ, ສິມວັດຊຽງທອງນັບວ່າມີລັກສະນະໂດດເດັ່ນທາງດ້ານສີລປະຫຼາຍດ້ານ ບ່ໍວ່າຊິແມ່ນສີມ, ເອງສະຖາປັດຕະຍະກັມອື່ນໆ ທີ່ມີລັກສະນະພິເສດກວ່າທີ່ອື່ນໝົດ ດ້ານສີລະປະຈິຕກັມກໍເຊັ່ນກດຽວກັນ.

- ສິ່ງທີ່ໂດດເດັ່ນສຸດນັ້ນແມ່ນ "ຍອດຊໍ່ຟ້າ" ສິມ, ສາລາໂຮງທັມ ແລະສະຖາປັດຕະຍະກັມອື່ນໆໃນໃນລາວ ຫຼືນອກດິນລາວໃນປັດຈຸບັນນັ້ນ ຫາກມີຍອດຊໍ່ຟ້າແລ້ວ ນັ້ນຄືສະຖາປັດຕະຍະກັມລາວ, ສະນັ້ນປະເພນີການສ້າງຍອດຊໍ່ຟ້າໃສ່ຫັຼງຄາສະຖາປັດຕະຍະກັມອື່ນໆ ໃນລາວ ຈຶ່ງຖືວ່າເປັນສິ່ງສຸດຍອດແຫ່ງສິລປະ, ປະເພນີການສ້າງຍອດ ຊໍ່ຟ້າໃນລາວ ສ່ວນຫຼາຍຈະເຫັນຍອດຫຼາຍສູງສູດພຽງ ໙ ຍອດ ລົງມາຈົນຮອດຍອດດຽວ.

- ການສ້າງຍອດຊໍ່ຟ້າໃນອະດີດ ໙ ຍອດນັ້ນ ແມ່ນມີອະພິສິດແຕ່ພຣະມະຫາກະສັດ ແລະອັກຄະມະເຫສີເທົ່ານັ້ນ ສ່ວນເຊື້ອພຣະອົງອື່ນ ແລະຂ້າຣາຊະບໍຣິພານຮອງລົງມາ ຈົນຮອດສົມເດັດພຣະສັງຄະຣາດ ຈະສ້າງຍອດຊໍ່ຟ້າໄດ້ແຕ່ພຽງ ໗ ຍອດ, ຂ້າຣາຊະການຊັ້ນສາມັນຕ່ຳລົງມາສ້າງໄດ້ ໗ ຍອດນັບແຕ່ເຈົ້າເມືອງນ້ອຍ ແລະພຣະສົງຜູ້ເປັນເຈົ້າ ຄະນະເມືອງສ້າງໄດ້ ໕ ຍອດ, ເຈົ້າຄະນະຕາແສງ ແລະເຈົ້າອະທິການວັດ ເຈົ້າຂຸນມູນນາຍສ້າງໄດ້ ໓ ຍອດ ສ່ວນສາມັນຊົນຄົນທັມມະດາ ສ້າງໄດ້ ໑ ຍອດ; ແຕ່ດ້ວຍເຫດໃດ ສິມວັດຊຽງທອງ ຈຶ່ງມີ ໑໕ ຍອດ ລະບຸດສະບົກອີກ ໒ ລະ.

- ນັ້ນມັນຍ່ອມມີຄວາມໝາຍ ແລະທີ່ມາ, ການທີ່ສິມວັດຊຽງທອງມີຍອດຊໍ່ຟ້າ ໑໕ ຍອດ ແລະບຸດສະບົກອີກ ໒ ນັ້ນໝາຍເຖິງຄວາມເຊື່ອສູງສຸດອັນມີທີ່ມາໃນຄວາມເຊື່ອຂອງ ສາສນາພຣາມ ແລະສາສນາພຸດປົນກັນ.

- ຍອດຊໍ່ຟ້ານີ້ ມີຄວາມໝາຍເຖິງພູເຂົາພຣະສຸເມຣຸ ຫຼືເຂົາພຣະສຸເມນ ຫຼືເຂົາພຣະເມນ-ພຣະເມມກໍຮຽກ, ທີ່ຮອບລ້ອມດ້ວຍ ເຂົາສັດຕະບົວຣິພັນອີກ ໗ ຊັ້ນ, ເຮົາຈະເຫັນຕຳແໜ່ງຍອດສຸດຂອງຍອດຊໍ່ຟ້າ ເປັນເຂົາພຣະສຸເມຣຸ ຄ້າຍປາສາດ, ແລະມີປະຕູກົງກາງ ອັນໝາຍເຖິງປະຕູທັງ ໔, ແລະແວດລ້ອມດ້ວຍເຂົາສັຕຕະບົວຣິພັນ ຄຳວ່າ ສັຕຕະບົວຣິພັນນັ້ນ ມີຄວາມໝາຍວ່າ "ສຕຕ" ເປັນພາສາປາລີ ໝາຍເຖິງ "ເຈັດ" ບົວຣະພັນອາດໝາຍເຖິງອ້ອມຮອບ, ນອກຈາກນັ້ນແລ້ວ ເຮົາຍັງເຫັນບຸດສະບົກ ທີິສູງອີກ ໒ ຕັ້ງອ້ອມເຂົາສັດຕະບົວລະພັນອີກ ນັ້ນໝາຍເຖິງມະຫາທະວີບທັງ ໔ ອັນອ້ອມຮອບໄປດ້ວຍມະຫາສະໝຸດສີທັນດອນອີກອັນໝາຍເຖິງຫຼັງຄາທັງ ໔ ດ້ານຂອງສິມ ແຕ່ຮູບທີ່ເຮົາເຫັນດພັດເຫັນພຽງດ້ານດຽວ ຍອດຊໍ່ຟ້ານີ້ ຈຶ່ງເປັນການຈຳລອງເຂົາສັດຕະບົວຣິພັນ ຫຼືເຂົາພຣະເມຣຸມາສພ່າເຄິ່ງ ເຂົາພຣະສັຕຕະບົວຣິພັນນັ້ນ ຕາມຄວາມເຊື່ອຂອງ ສາສນາພຣາມນັ້ນ ມີພຣະອານນົນໜູນໄວ້ຢູ່ ຄົງໝາຍເຖິງຕົວສິມເປັນຕົວແທນຂອງປາອານົນດ ອັນວ່າປາອານົນນັ້ນ ນອນໝູນໂລກອັນນີ້ຢູ່ຊົ່ວກັບຊົ່ວກັນ ຈຶ່ງມີຄຳອະທິບາຍເຣື່ອງແຜ່ນດິນໄຫວວ່າ "ປາອານົນຕິງຕົວຈຶ່ງເຮັດໃຫ້ແຜ່ນດິນໄຫວ".
.
- ແຕ່ຄວາມໝາຍທາງສາສນາພຸດນັ້ນ ຍອດຊໍ່ຟ້າອາດໝາຍເຖິງສະຫວັນ ສ່ວນທີ່ເປັນນເຈັດຊັ້ນນັ້ນອາດໝາຍເຖິງມະຫາຈັກກະວານອ້ອມຮອບ, ແຕ່ຢ່າງໃດກໍຕາມດັ່ງທີບອກ ແລ້ວ ສະຖາປັດຕະຍະກັມລາວນັ້ນຈະມີຍອດຊໍ່ຟ້າອັນເປັນສຸດຍອດສະຖາປັດຕະຍະກັມເອກະລັກລາວ, ເຊິ່ງສິລປະສະຖະປັດຕະຍະກັມຊາດອື່ນບໍ່ມີ ຫາກມີຍອດຊໍ່ຟ້າ ກໍບໍ່ຢູກົງການອາຄານ ເຊັ່ນລາວເຮົາມີຍອດຊໍ່ຟ້າ, ມໃບຣິກາ, ຫາງໂຫງ ຍອດຊໍ່ຟ້າອາດເປັນຄະຕິທາງພຸດທະສາສນາ ອັນໝາຍເຖິງສະຫວັນຊັ້ນທີ ໗ ກໍເປັນໄດ້, ແຕ່ຂອງໄທຍ໌ ນັ້ນມີຍອດຊໍ່ຟ້າ ໃບຣິກາ ຫາງໂຫງເຊັ່ນກັນ ອັນວ່າ ຍອດຊໍ່ຟ້າຂອງໄທຍ໌ນັ້ນ ເຂົາຈະຖືເອົາ ຍອດທີິ່ລາວເຮົາຮຽກວ່າ "ໂງ່".

- ເຂົາສັດຕະບົວຣິພັນ ຫຼືເຂົາສັດຕະບົວຣະພັນໃນຄະຕິຄວາມເຊື່ອຂອງສາສນາພຸດແບບລາວນັ້ນ ຍອດສຸດໝາຍເຖິງ "ສະຫວັນ" ສ່ວນຍອດຂ້າງລະ ໗ ຍອດນັ້ນ ໝາຍເຖິງສັຕຕະບົວຣິພັນ ອັນເປັນຮູບຕັດຂອງມະຫາຈັກກະວານ, ສ່ວນບຸດສະບົກ ໒ ຍອດນັ້ນໝາຍເຖິງ ກຳແພງຈັກກະວານອັນເປັນທີຢູ່ຂອງເທບເທວານັ້ນເອງ
ສິມ ວັດວິຊຸນ

ຄຸດແລະນາກ ວັດທະນະທັມສອງແຫຼ່ງມອງໃນດ້ານຄວາມເຊື່ອ


- ວັດທະນະທຳສອງແຫຼ່ງສະທ້ອນໃຫ້ເຫັນສາຍພົວພັນຄວາມເຊື່ອ ສາສນາ ວັດທະນະທຳ ແລະການສ້າງຕັ້ງຊຸມຊົນຂອງຄົນຜູ້ເປັນເຈົ້າຂອງສອງແຫ່ຼງພູມສາດ ແລະວິວັດທະນາການທາງວັດທະນະທັມ ເຊື້ອຊາດ ພາສາ ສາສນາ ແລະຄວາມເຊື່ອດັ່ງໃນປັດຈຸບັນຢ່າງເຫັນໄດ້ຈຳແຈ້ງ ແຕ່ຫຼັກຖານທີ່ພົບ ເຮົາເຫັນຮູບຄຸດ ແລະນາກມີສ່ວນກ່ຽວຂອງກັນຂ້ອງກັນ ແລະສຳພັນກັນຢ່າງໃກ້ຊິດທາງຄວາມເຊື່ອ ແລະອາຣະຍະທັມໃນອະດີດ.
ັ- ປະເທດລາວ-ຫວຽດນາມ ໄດ້ພັດທະນາມາພ້ອມໆກັນ ເປັນຊົນຊາດທີ່ເກົ່າແກ່ເໝືອນກັນ ເຖິງວ່າເປັນປະເທດທີ່ມີຊາຍແດນຕິດຕໍ່ກັນກ​ຕາມ ປະເທດລາວ ແລະຫວຽດນາມ ມີພາສາ, ສາສນາ, ຄວາມເຊື່ອ, ປະເພນີ ແລະການປະຕິບັດຕົນກ່ຽວກັບຊີວິດຕ່າງໆຫຼາຍຢ່າງທີ່ມີຄວາມແຕກຕ່າງກັນ.

- ກ່ຽວກັບຄຸດ ແລະນາກນີ້ ໄດ້ປາກົດຕົວໃນບັນດາດິນແດນອາຊີຕາເວັນອອກສ່ຽງໃຕ້ເກືອບທຸກປະເທດ, ໂດຍສະເພາະແລ້ວທີ່ເຮົາພົບທົ່ວໄປມັກຈະເຫັນປາກົດ ໃນເທວະສະຖານອັນ ເກົ່າແກ່ຂອງຊຸມຊົນພື້ນເມືອງບູຮານໃນດິນແດນອາຊີຕາເວັນອອກສ່ຽງໃຕ້ ຫຼືສຸວັນນະພູມ ແຕ່ເປັນສີລປະແຕກຕ່າງຈາກປັດຈຸບັນ ນັກບູຮານຄະດີ ຈຶ່ງຮຽກນາກ ແລະຄຸດເຫຼົ່ານີ້ວ່າ "ສີລປະຂອມ", ຈາກ ແລະຄຸດສີລປະຂອມ ທີ່ເຮັດດ້ວຍຫີນມັກຈະມີຮູບຮ່າງໜ້າຕາ ແຕກຕ່າງໄປຈາກນາກ ແລະຄຸດໃນສີລປະລາວໃນລ່ອງແມ່ນຳ້ຂອງທົ່ວໄປເປັນຢ່າງຍຶ່ງ ຈຶ່ງເຮັດໃຫ້ມີ ການແຍກກັນອອກເປັນນາກແຕ່ລະສາຂາ ໂດຍສາມາດແຍກຄວາມເຊື່ອສັດທາໃນສາສນາ ແລະວັດທະນະທັມ ສາມາດແຍກຍຸກຂອງສີລປະ ແລະສາມາດຄົ້ນພົບເຖິງຊົນຊາດທີ່ເປັນເຈົ້າ ຂອງໄດ້.
- ເມື່ອຕົ້ນປີ ໒໐໐໘ ໄດ້ໄປທ່ຽວຫວຽດນາມພາກກາງ ເມືອງດານັງ ໄດ້ເຫັນຮູບຄຸດ ແລະນາກທີ່ສະຫຼັກດ້ວຍຫີນງົດງາມ ເຊິ່ງເຫັນເປັນຮູບທີ່ຄຸດກຳລັງຈັບນາກກິນເປັນອາຫານ, ກໍຖ່າຍມາໄວ້ ຕອນນັ້ນຄິດວ່າ "ໂອ ນາກກັບຄຸດນີ້ ມີຄວາມເປັນສັດຕູກັນມາຕັ້ງແຕ່ເຫິງແລ້ວເດນໍ ? ເນື່ອງຈາກມີການບັນທຶກໄວ້ວ່າ ນາກແລະຄຸດນັ້ນ ເປັນຮູບໂຄຣົບຂອງຊົນຊາດ ຈາມໃນອານຈັກ ຈາມປາ.


- ເມື່ອວັນທີ ໑໖ ທັນວາ ໒໐໐໘ ນີ້ໄດ້ພົບຮູບຄຸດແລະນາກ (ເບິ່ງຮູບ) ທີ່ພົບໄດ້ໃນບ້ານໜອງເຮືອທອງ ອັນເປັນເມືອງບູຮານ ໃນເຂດລ່ອງນຳ້ເຊບັ້ງໄຟ(ຕາມຂ່າວທີ່ທ່ານຮູ້ແລ້ວ) ເປັນຮູບຄຸດທີ່ເຮັດດ້ວຍຄຳ ເຊິງຄຸດນັ້ນໄດ້ອູ້ມນາກສອງຕົວປິ່ນໜ້າອອກ ທຳທ່າບໍ່ແມ່ນວ່າຊິແຫ້ນຊຶກິນເໝືອນກັບ ຄຸດແລະນາກເມືອງດານັງ.
- ແຕ່ຢ່າງໃດກໍຕາມ ຕາມປະຫວັດລະຫວ່າງນາກກັບຄຸດນັ້ນ ພັດເປັນສັດຕູກັນມາຕັ້ງແຕ່ເຫິງແລ້ວ ເຊິ່ງເປັນທັດສະນະຂອງສານສາພຣາມ ແລະຮີນດູ, ສະນັ້ນຮູບຄຸດ ແລະນາກຄຳ ທີ່ພົບໃນບ້ານໜອງເຮືອທອງນັ້ນ ເຖິງວ່າເບິ່ງລັກສະນະແລ້ວ ຄ້າຍກັບວ່າບໍ່ເປັນສັດຕູກັນ ແຕ່ປະຫວັດຂອງນາກ ແລະຄຸດໃນຄະຕິຂອງສາສນາແຖນນັ້ນ ແມ່ນວ່າບໍ່ເຄີຍມີຍຸດໃດ ທີ່ສັດທັງສອງຈະເປັນສັດຕູກັນໄດ້ ດ້ວຍເຫດນີ້ ຄຸດຄຳ ທີ່ບ້ານໜອງເຮືອທອງ(ລາວ) ຈຶ່ງເປັນຮູບຄຸດທິກຳລັງຈັບນາກມາເປັນອາຫານ.
- ເມື່ອເຮົາພາບທັງສອງນີ້ ຢູ່ໃນຕ່າງທີ່ທາງດ້ານສາສນາ ພາສາ ແລະວັດທະນະທຳ ຕະຫຼອດເຊືອຊາດຕ່າງກັນໃດປັດຈຸບັນນີ(ລາວ-ຫວຽດນາມ) ແຕ່ໃນເມື່ອເມື່ອກ່ອນ ເຮົາສາມາດ ມອງໄດ້ວ່າ ຄົນໃນພູມີພານີ້ ຍ່ອມມີຄວາມເຊື່ອເລື່ອງລັດທິ ແລະສາສນາດຽວກັນ ຄືສາສນາພຣາມ ແລະຮີນດູ ເຊິ່ງທາງນັກປະຫວັດສາດ ແລະບູຮານ ຄະດີໄດ້ໃຫ້ທັດສະນະວ່າ "ເປັນດິນແດນຂອງອານາຈັກຈາມປາ ເຈນລະບົກ ແລະເຈນລະນຳ້" ອັນເປັນອານາຈັກເກົ່າແກ່ໃນສຸວັນນະພູມ, ເຊິ່ງຢູ່ໃນຍຸກຂອງານາຈັກສີໂຄຕະປູຣະຮຸ່ງ ເຮືອງ.
- ດ້ວຍເຫດນັ້ນ ເມືອງເກົ່າ ທີ່ຢູ່ບໍຣິເວນບ້ານໜອງທອງ ນີ້ມັນເປັນໄປໄດ້ວ່າ "ເຄີຍເປັນເມືອງທີ່ມີອຳນາດເກົ່າແກ່ ອາດເປັນເມືອງແຫ່ງສູນອຳນາດຂອງອານາຈັກສີໂຄຕະຕະບອງ ກໍເປັນໄດ້.
- ຫາກຈະມີການສົງໄສວ່າ ຫາກວ່າເປັນສູນກາງອຳນາດຂອງອານາຈັກສີໂຄດຕະບອງ ເປັນຫຍັງຈຶ່ງບໍ່ປາກົດຫຼັກຖານ ປາສາດຫີນ ອັນເປັນວັດທະນະທັມຂອມ ແລະຈາມ ເຊັ່ນດຽວກັບອານາຈັກ ເຊດຖາປຸຣະ(ຈຳປາສັກ) ແລະດິນແດນຫວຽດນາມ ຫຼືດິນແດນຂະເໝນ ເຊິ່ງເປັນສູນກາງຂອງຂອມ.
- ອັນນີ້ ມັນເປັນສິ່ງທີ່ງ່າຍຕໍ່ການຄົ້ນຄວ້າວ່າ ວັດທນະທຳປາສາດຫິນນັ້ນ ເປັນວັດທະນະທັມແຈນລະ ແລະວັດທະນະທັມອັງກໍ(ພະນະຄອນ) ເຊິ່ງເກີດຂຶ້ນໃນລະຫວ່າງ ພຸດທະສະວັດ ໑໑-໑໘ ເທົ່ານັ້ນ ແຕ່ວັດທະທັມຂອມສາສນາພຣາມໃນຈາມປາ ແລເຈນລະຍຸກກ່ອນນັ້ນ ຖືລັດທິພາມ ກໍຄືຖືພຣະພຣົມເປັນເທບພະເຈົ້າ ເທວະສະຖານມັກຈະເປັນ ເຈດີ ຫຼືຶອຸບມຸງ ກໍ່ດ້ວຍດີນຈີ່ ເຊັ່ນດັ່ງເຮົາຈະເຫັນວັດທະນະທັມພຣະທາດພຣະນະ ວັດທະນະທັມພຣະທາດອິງຮັງ ວັດທະນະທັມພະທາດເຊິງຊຸມໃນຍຸກກ່ອນລ້ານຊ້າງ ຈະເຫັນໂຄງ ສ້າງຂອງເທວະສະຖານຂອງເຊິ່ງເຮັດດ້ວຍຫິນອຸມຸງ ແລະຈະກໍ່ໂອບດ້ວຍດິນຈີ ພຣະທາດອີງຮັງ ແລະພຣະທາດເຊີງຊຸມສອງແຫ່ງນີ້ ມີລັກສະນະຄ້າຍກັບ ອຸມຸງປາສາດລອຍ ທີ່ເມືອງຊັນໂກ ກຳປົງຖົມ (ຂະເໝນຮຽກ ປາສາດພຣາມກ່ອນອັງກໍ) ເປັນເທວະສະຖາອນຂອງພຣາມ.
- ເມື່ອງເອົາພຣະທາດ ອີງຮັງ ພຣະທາດເຊິງຊຸມ ໄປສົມທຽບກັບພຣະທາດລອຍ ໃນຂະເໝນ ອັນເປັນຍຸກຂອງພຣາມ(ກ່ອນຮີນດູ) ເຊິ່ງຈະເຣີນຮູ່ງເຮືອງໃນກ່ອນພຸດທະການ ຫາກຕົ້ນຕົ້ນພຸດທະສະຕະວັດທີ ໕ ແລ້ວ, ເຮົາຈະເຫັນວ່າ ພູມີພາກນີິ້້ເຄີຍເປັນເມືອງບູຮານກ່ອນອັງກໍ(ຂອມ) ເພາະນອກຈາກພຣະທາດອິງຮັງ ແລະພຣະທາດເຊິ່ງຊຸມເກົ່າກ່ອນ ທີ່ຈະມາຖືກປະຕິສັງຂອນກວາມພຣະທາດອົງເດີມ ໃນຍຸກຂອງພຣະເຈົ້າໄຊຍະເຊດຖານີ້ ຍັງມີພຣະທາດເກົ່າ(ອຸມຸງເກົ່າ) ໃນຍຸກດຽວກັນກະຈາຍຢູ່ສອງຝາກຝັ່ງແມ່ນຳ້ຂອງ ເຊັ່ນ ທີ່ຍັງສົມບູນໃນລາວ ກໍຄືພຣະທາດໂພ່ນ, ເມືອງສຸຂຸມາ ກໍແມ່ນຜາສາດສາມປາ ທີ່ເມືອງມຸນ ກໍມີທາດນາງອີງ ແລະອື່ນໆ ອັນນັ້ນກໍສັນນິຖານວ່າເປັນສິລະໃນຍຸກດຽວກັນ ກັບພະທາດອິງຮັງ ແລະທາດເຊີງຊຸມ.
- ນອກຈາກນັ້ນ ກໍໄດ້ພົບສີມາຫິນໃນຍຸກສີໂຄຕະປຸຣະ(ໄທຍວ່າ ຍຸກທວາຣະວະດີ) ຫຼວງຫຼາຍຕາມວັດ ແລະປ່າເຂົາລຳເນົາໄພທີ່ນັ້ນ ເຊິ່ງພົບແລະຂຶ້ນທະບຽນແລ້ວ ແລະຍັງບໍ່ຂຶ້ນ ທະບຽນແລ້ວ.

ພາບຈຳຫຼັກແຜ່ນເງິນທີ່ໜອງເຮືອທອງບໍ່ອາດຊິກ່ຽວພັນກັບພຸດທະປະວັດ

ສາຍເຊລຳເພົາ ນຳມາຈາກບົດຄວາມເຫັນຂອງ ພຣະຄຣູເນືອງພິລັກ ໂຊຕິທອນ

- ພາບສອງພາບນີ້ ໄດ້ມີການຕົກລົງເປັນເອກະສັນຈາກຄະນະຮັບຜິດຊອບ ການສຶກສາຄົ້ນຄວ້າ ແລະຂຶ້ນທະບຽນວັດຖຸບູຮານທີ່ພົບທີ່ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ເຊິ່ງພົບເມື່ອວັນທີ ໒໔ ເມສາ ປີ ໒໐໐໘ ຜ່ານມານັ້ນ ແລະກຳລັງຂຽນຢູ່ນີ້ພະແນກຖະແຫຼງຂ່າວ ແລະວັດທະນະທຳແຂວງວັດທະນະທັມ ແຂວງສະຫວັນນະເຂດໄດ້ຈັດສະແດງໃຫ້ມວນ ຊົນທີ່ຕະຫຼາດເຊໂນ, ຜູ້ຂຽນໄດ້ພາບ ທີ່ທາງພະແນກຖະແຫຼງຂ່າວ ແລະວັດທະນະທັມ ແຂວງສະຫວັນນະເຂດ ພິມຈຳໜ່າຍໃຫ້ຜູ້ໄປຊົມໄດ້ຊື້ໄວ້ເປັນທີ່ລະນຶກ ເຊິ່ງພາບທັງສອງນີ້ ທາງຝ່າຍຮັບຜິດຊອບ ໄດ້ສັນນິຖານແລ້ວ ແລະຢັ້ງຢືນວ່າເປັນແຜ່ນເງິນສະຫຼັກພາບກ່ຽວຂ້ອງກັບພຸດທະປະຫວັດ ຄື:


(ພາບທີ ໑ ທີ່ນັກຄົ້ນຄວ້າ ເຂົ້າໃຈວ່າເປັນພາບ ທີ່ກ່ຽວກັບພຣະພຸດທະເຈົ້າ ປາງປະຖົມມະເທດສະໜາ)

(ພາບທີ ໒ ທີ່ນັກຄົ້ນຄວ້າ ເຂົ້າໃຈວ່າເປັນພາບ ທີ່ກ່ຽວກັບພຣະພຸດທະເຈົ້າ ປາງປະສູດ)

໑. ພາບໝາຍເລກ NHT-6-NHT-9 (ວ່າເປັນຮູບຂອງພຣະພຸດທະເຈົ້່າ ປາງປະຖົມມະເທດສະໜາ)
໒. ພາບໝາຍເລກ NHT-7 (ວ່າເປັນນາງສີຣິມະຫາມາຍາ-ປາງປະສູດ). ທັງສອງພາບນີ້ ລ້ວນແຕ່ເປັນໂລຫະເງິນຂະໝາດໃຫຍ່ສົມຄວນ.

- ພາບທັງສອງນີ້ ໄດ້ສອດຄ່ອງກັບການຖະແຫຼງການຂອງກົມພິພະດທະພັນ ແລະວັດຖຸບູຮານ ກະຊວງຖະແຫຼງຂ່າວ ແລະວັດທະນະທັມ ທີ່ໄດ້ປະກາດຂ່າວໄປແລ້ວ, ເມື່ອຜູ້ຂຽນ ເຫັນແຈ້ງການນັ້ນທາງ ນສພ ແລ້ວ, ກໍເກີດຄວາມສົງໄສໃນພາບສອງແຜ່ນນັ້ນແລ້ວ ກໍໄດ້ໃຫ້ຄວາມສົນໃຈໃນພາບສອງແຜ່ນນັ້ນເປັນພິເສດ ຈຶ່ງໄດ້ຄົ້ນຄວ້າສຶກສາສະເພາະທາງ ເຫິງສົມຄວນ ທັງຍັງໄດ້ພາບທີ່ຈະແຈ້ງຊັດແລ້ວ ຈຶ່ງໄດ້ເຫັນວ່າ ພາບທັງສອງນີ້ ຄົງຈະບ່ໍແມ່ນພາບທີ່ກ່ຽວກັບພຸດທະປະຫວັດເລີຍ, ພາບທັງສອງນີ້ຄົງຈະເປັນພາບທີ່່ກ່ຽວພັນກັບ ຣາຊະສຳນັກຂອງເມືອງບູຮານໃນບ້ານໜອງເຮືອທອງເມື່ອ ໑໐໐໐-໒໕໔໓ ປີຜ່ານມາ ຫຼືວ່າພາບສະຫຼັກແຜ່ນເງິນນີ້ ຕ້ອງແມ່ນພາບຂອງເຈົ້າຂອງຊັບສົມບັດນັ້ນເອງ.

- ສິິ່ງທີ່ໃຫ້ຜູ້ຂຽນ ເຂົ້າໃຈວ່າໃນພາບນັ້ນ ບໍ່ໄດ້ສະແດງອັນໃດເລີຍ ທີ່ບົງບອກວ່າມີສ່ວນພົວພັນກັບພຣະພຸດທະເຈົ້າ ຄື ພາບທິ ໑ ນັ້ນ ມີສິ່ງໜຶ່ງທີ່ ຄືຮູບທາງການັ້ນເປັນຮູບຜູ້ຊາຍ ອາດເປັນກະສັດຄອງເມືອງໃດເມືອງໜຶ່ງໃນບໍລິເວນນັ້ນ ເມື່ອ ໒ ພັນກວ່າປີແລ້ວ, ສ່ວນຮູບສອງຂ້າງຖືດອກບົວນັ້ນ ອາດແມ່ນຮູບພຣະຊາຍາ ແລະພຣະສະໜົມເອກຂອງກະສັດ ຫຼືເຈົ້າຂອງຮູບທັງກາງນັ້ນ ເຊິ່ງກຳລັງຖືດອກບົວອັນມີຄວາມໝາຍເຖິງການປະຕິບັດຕໍ່ສາມີ ດ້ວຍຄວາມເຄົາຣົບ.

ໃນຮູບທັງສອງນັ້ນບາງທ່ານອາດຊິມີຄວາມເຫັນວ່າເປັນຮູບຜູ້ຊາຍ ເພາະບໍເຫັນການຈຳຫຼັກຫົວນົມ ເໝືອນກັບຮູບທີ ໒ ເຊິ່ງປະທັບຢືນບົນແຖ່ນຈະແຈ້ງ, ອັນນີ້ຜູ້ຂຽນກໍສາມາດໂອນ ອຽງແລະຍອມຮັບໄດ້ເໝືອນກັນວ່າ ເປັນຮູບຜູ້ຊາຍ ຖ້າຫາກຮູບນີ້ເປັນຮູບຜູ້ຊາຍ ກໍອາດໝາຍເຖິງຂ້າຣາຊະການຊັ້ນສູງຂອງເມືອງນັ້ນກຳລັງເຂົ້າຄາຣະວະກະສັດ ແຕ່ຢ່າງໃດກໍຕາມ ຮູບນີ້ ບໍ່ແມ່ນຮູບປະຖົມມະເທດສະໜາແນ່ນອນ ເພາະວ່າ ຖ້າເປັນຮູບປະຖົມມະເທດສະນາແທ້ ຈັກຕ້ອງມີປັນຈະວັກຄີ ໕ ອົງນັ່ງສະດັບພຣະທັມຢູ່ດ້ວຍການປະນົມມື ຄົງຈະບໍ່ແມ່ນການນັ່ງພຽງ ໒ ອົງ ແລະມືຖືກດອດບົວ (ສັງເກດຮູບແຈ້ງໃນຮູບຕໍ່ໄປນີ້).

(ເບິ່ງພາບແຈ້ງ)

- ສ່ວນພາບທີ່ກ່ຽວກັນ ທີ່ເຮັດຄະນະຮັບຜິດຊອບເຂົ້າໃຈວ່າພາບສອງພາບນີ້ ມີສ່ວນພົວພັນກັບປະຫວັດພຣະພຸດທະເຈົ້ານັ້ນ ຄືພາບທີ ໒ ເຊິ່ງເປັນພາບຍິງເຊິ່ງເຫັນໄດ້ຈະແຈ້ງວ່າ ເປັນພຣະນາງສີຣິມະຫາມາຍາກຳລັງປະກັບຢືນປະສູດ, ເມື່ອມາພິຈາຣະນາເບິ່ງແລ້ວ ພາບນີ້ແມ່ນບໍ່ມີຄວາມກ່ຽວພັນກັບການປະສູດເລີຍ ເຖິງທາງຄະນະຮັບຜິດຊອບ ຈະບອກວ່າ ສິລະປະແຕ່ລະຍຸກຍ່ອມມີການປ່ຽນແປງກໍຕາມ, ການທີ່ທາງຄະນະຮັບຜິດຊອບໃຫ້ຄວາມສຳຄັນວ່າພາບນີ້ແມ່ນພຣະນາງສີຣິມະຫາມາຍາກພລັງປະສູດພຣະໂອຣົດນັ້ນ ເພາະວ່າທີ່ພາບ ຊ້າຍມືພວກເພີ່ນເຫັນວ່າ ເປັນຍິງກຳລັງນອຸ້ມພຣະກຸມມານຢູ່.(ເບິ່ງໃນພາບລຸ່ມນີ້).



ພາບນີ້ ທາງຄະນະຮັບຜິດຊອບເຂົ້າໃຈວ່າເປັນຮູບຄົນອຸ້ມພຣະກຸມມາ ເຊິ່ງຜູ້ຂຽນເຫັນນັ້ນແມ່ນຄົນສາມັນກຳລັງອຸ້ມໝໍ້ ຫຼືພາຊະນະຢູ່ ທີ່ເຫັນເປັນຂາສອງຂາ ນັ້ນ ແມ່ຂາຂອງຄົນອຸ້ມພາຊະນະທີ່ນັ່ັງຊັນຫົວເຂົາເຊິ່ງມີມີຊ້ວນກົ້ນໃຫໄວ້

- ເພື່ອຢາກໃຫ້ເຫັນຈະແຈ້ງຜູ້ຂຽນ ຈຶ່ງໄດ້ຂະຫຍາຍຮູບສະເພາະທີ່ເປັນຈຸດສົງໄສມາແຕ້ມຮູບເສັ້ນ ໂດຍແລ່ນເສັ້ນຕາມຮອຍຂອງຮູບ ແລ້ວມາຂະຫຍາຍໄວ້ຕ່າງຫາກຈະເຫັນຮູບນັ້ນ ຈະແຈ້ງວ່າ ບໍ່ແມ່ນຄົນ ຫາກແມ່ນພາຊະນະຢ່າງຊັດເຈນ. (ເບິ່ງຮູບລຸ່ມນີ້)

(ໃນຮູບທີ່ກໍໃຫ້ເກີດຄວາມສົງໄສວ່າເປັນຮູບຂອງພຣະກຸມມານ ຜູ້ຂຽນແຍກອອກໃຫ້ເຫັນຈຸດສັງເກດ ຄື ໑. ສີເຫຼືອງ ອາດເປັນໝໍ້, ໒. ສີຕັບໝູອາດເປັນຂາຊ້າຍຂອງຄົນຜູ້ຖືໄຫນັ້ນ ໓. ສິແດງ ອາດເປັນມີເຊິ່ງຊ້ວນໂຈມໄຫໄວ້

- ນອກຈາກເຫັນວ່າ ຜູ້ຍິງທີ່ຢືນຢູ່ຖານດອກບົວນັ້ນ ເປັນຜູ້ຍິງສູງສັກທີ່ມີບັນດາສັກສູງກວ່າ ຄົນສອງຄົນທີ່ນັ່ງຖືໄຫສອງໄຫ ເຊິ່ງມີບັນດາສັກຕ່ຳກວ່າ ອາດເປັນຄົນໃຊ້ ການແຍກ ຄົນທັງສາມອອກຈາກກັນໂດຍສິ້ນເຊິງນັ້ນ ແມ່ນເບິ່ງຈາກການແຕ່ງກາຍ ບໍ່ວ່າຈະທີ່ຍິ່ງຍືນມີສະດາປະດັບສຽນ ສ່ວນຄົນທີ່ນ່ັງທັງສອງພຽງເກົ້າຜົມທຳມະດາ ແລະບໍ່ມີເຄື່ອງປະກັບກາຍ ຫຍັງເລີຍ ເຊິ່ງກໍຕາມຈາກຢຍິງທີ່ຢືນຢູ່ ມີເຄື່ອງປະດັບເຕັມຕົວ (ເບິ່ງຮູບລຸ່ມນີ້ ທີ່ແຍກຈຸດໄວ້ໃຫ້ສັງເກດດັ່ງນີ້)

ພາບນີ້ໄດ້ໝາຍຈຸດໃຫ້ສັງເກດລະຫວ່າງຄົນທັງ ໓ ວ່າມິອາດຍາສິດແຕກຕ່າງກັນຢ່າງໃດ ?

- ເມື່ອສະຫຼຸບແລ້ວ ພາບນີ້ບໍ່ແມ່ນພາບທີ່ກ່ຽວພັນກັບພຸດທະປະຫວັດແນ່ນອນ ເຖິງຄະນະຮັບຜິດຊອບຈະອ້າງວ່າ ເພາະໃນຮູບນັ້ນມີການຢືນເທິງດອກບົວ ຈຶ່ງເຂົ້າໃຈວ່າ ເປັນຮູບກ່ຽວ ພັນກັບສາດສະໜາ, ກ່ຽວກັບດອກບົວນັ້ນ ບໍ່ສະເພາະກ່ຽວກັບສາສນາເທົ່ານັ້ນ ເນື່ອງຈາກວັດທະນະທັມສຸວັນນະພູມນັ້ນມັກຈະກ່ຽວພັນກັບດອກບົວມາກ່ອນ ແລ້ວ.

- ຜູ້ຂຽນສະຫຼຸບວ່າ ພາບນີ້້ເປັນພາບທີ່ກ່ຽວກັບຄົນໃນຣາຊະສຳນັກ ຂອງອານາຈັກສີໂຄຕະປຸຣະ ຫຼືສີໂຄຕະບູນ ອັນເປັນເຈົ້າຂອງເມືອງເກົ່າແຫ່ງນີ້, ອາດມີສ່ວນກ່ຽວພັນກັບຊົນ ນາຄາອັນເປັນເຈົ້າຂອງດິນເດີມແຫ່ງ ສີໂຄຕະບອງນີ້.

ຮູບແຜ່ນນີ້ເປັນຮູບແຜ່ນທີ ໓ ໃນຈຳນວນພາບທັງໝົດທີ່ຂຸດພົບ ເຂົ້າໃຈວ່າເປັນພາບຂອງພຣະມະເຫສີຂອງກະສັດເມືອງບູຮານນັ້ນ

- ເມື່ອຜູ້ຂຽນໄດ້ເຫັນພາບທີແມ່ນ ທີ ໓ ນີ້ແລ້ວ ຈຶ່ງສະຫຼຸບໄດ້ວ່າໃນຈຳນວນ ໓ ພາບນັ້ນ ມີພາບຍິງສູງສັກ ໒ ພາບ ເຊິ່ງເບິ່ງໃບໜ້າຂອງຮູບ ແລະລັກສະນະທ່າທາງແລ້ວ ພາບທີຍິງຢຶນເທິງແທ່ນຖືດອກບົວ ແລະມີບໍຣິວານສອງຄົນຖືໄຫນັ້ນ ເປັນຮູບຍິງໜຸ່ມ ຮູບຮ່າງພຽວງາມດີ ຄົງຈະມີອາຍຸບໍ່ສູງເກີນ ໒໕ ປີ, ສ່ວນຮູບຜູ້ຍິງແຜ່ນທີສອງນີ້ ໜ້າແກ່ ເຖິງແອວຈະພຽວ ແຕ່ກໍບົ່ງບອກວ່າ ເປັນຜຸູ້ມີອາຍຸສູງແລ້ວ ອັນນີ້ເຮັດໃຫ້ວິເຄາະໄປວ່າ ຫາກຮູບຍິງທັງສອງມີມີສ່ວນກ່ຽວພັນກັບກະສັດ ຮູບທິ ໑ ອາດເປັນຮູບຂອງສະໜົມເອກ ສ່ວນຮູບທີ ໒ ອາດແມ່ນພຣະຊາຍາຂອງກະສັດນັ້ນເອງ.

- ອີກຢ່າງໜຶ່ງສິ່ງທີ່ໃຫ້ເຂົ້າໃຈວ່າ ບໍ່ແມ່ນຮູບກ່ຽວກັບພຣະພຸດທະເຈົ້າ ເນື່ອງຈາກພຣະພຸດທະອົງກໍດີ ພຣະສາວົກຂອງພຣະອົງ ມີໜ້ອຍທີ່ສຸດຈະນ່ັງຢ່ອນພຣະບາດ ໂດຍສະເພາະແມ່ນພຣະສາວົກຈະບໍ່ຄ່ອຍນັ່ງຊັນເຂົ່າ ແລະຢ່ອນພຣະບາດ, ເວົ້າດັ່ງນີ້ ບໍ່ແມ່ນໝາຍວ່າ ເມືອງສີໂຄຕະປຸຣະເມື່ອ ໑ ຫາ ໒ ພັນນັ້ນ ຈະບໍ່ມີອິດທິພົນແຫ່ງພຸດທະສາສນາເລິຍ ທີ່ຈິງຕາມຫຼັກຖານຕ່າງໆໃນບໍຣິເວນແຫ່ງນັ້ນມີສີສາຍຸກສີໂຄຕບອງ ທີ່ສະທ້ອນໃຫ້ເຫນອິດທິພົນພຣະພຸດທະສາສນາມາຮ່ວມ ໒໐໐ ປິແລ້ວ, ຢ່າງໃດກໍຕາມ ການສຶກສາເຣື່ອງນີ້ນີ້ແມ່ນໄດ້ສຶກສາຕາມພາບທີ່ປາກົດ ແລະອິງຕາມນິທານ ທີ່ເລົ່າສືບມາວ່າ ມີເມືອງເວິນຊາ ແລະເມືອງຄຸມພະວັງ ສອງເມືອງນີ້ໄກ້ຊິດກັນ ແລະທຳສົງຄາມກັນ ເມື່ອເຈົ້າເມືອງຕຸມພະວັງໄດ້ຍົກທັບໄປຕິເອົາເມືອງເວິນຊາໄດ້ແລ້ວ ກໍເອົາລູກສາວຂອງເຈົ້າເມືອງເວິນຊາມາເປັນສະໜົມເອກ(ພຣະຊາຍາອົງທີ ໒)ດ້ວຍເຫດນັ້ນ ຈຶ່ງເປັນເຫດຜູ້ຂຽນມີຄວາມຄິດເຫັນເຊັ່ນນັ້ນ ແລະມັນກໍຄວນຈະເປັນເຊັ່ນນັ້ນແທ້.


ພາບອ້າງອິງກ່ຽວກັບພຸດທະປະຫວັດທີ່ກ່ຽວຂ້ອງກັນກັບເຣື່ອງ

ພາບປາງປະສູດ

ພາບປາງປະຖົມມະເທດສະໜາ

ພາບປາງປ່າເລໄລຍ໌ ທີ່ເປັນພາບປາງດຽວທີ່ປາກົດເຫັນພຣະພຸດທະອົງນັ່ງຢ່ອນພຣະບາດ


ບົດຄວາມ ແລະຂ່າວທີ່ກ່ຽວຂ້ອງ
ສົມບັດອັນລຳ້ຄ່າ
http://laohunman.blogspot.com/2008/06/blog-post_08.html
ອານາຈັກສີໂຄດຕະບອງເກົ່າແກ່ທີ່ສຸດໃນສຸວັນນະພູມ
http://laohunman.blogspot.com/2008/07/blog-post_20.html
http://saixelamphao.livejournal.com/641.html
ການຄົ້ນພົບວັດຖຸບູຮານທີ່ເມືອງເກົ່າສີໂຄດຕະບອງ ໄດ້ຢັ້ງຢືນເຖິງຄວາມເກົ່າແກ່ຂອງຊາດລາວ
http://my.opera.com/neuang/blog/show.dml/2511571
ບູຮານວັດຖຸພົບທີ່ໜອງເຮືອທອງ
http://my.opera.com/neuang/albums/show.dml?id=577940
ບ້ານໜອງເຮືອທອງ (ເມືອງບູຮານໃນສະໄໝສີໂຄດຕະປຸຣະ)
http://my.opera.com/neuang/albums/show.dml?id=577696
ຮ່ອງຮອຍການຕັ້ງຖິ່ນຖານຂອງຊົນຊາດລາວບູຮານ
http://my.opera.com/neuang/blog/show.dml/2825982
ຂ່າວທາງໂທຣະທັດ ກ່ຽວກັບການພົບສົມບັດທີ່ໜອງເຮືອທອງ
http://www.youtube.com/watch?v=aO3NPmsYkEw
ເບິ່ງຮູບປາງປະສູດສິນລະປະເກົ່າທີ່ອິນເດັຍ
http://watvichitdhammaram.blogspot.com/2008/06/lumbini-or-rummindeinepal.html

ຄວາມໝາຍຄວາມເປັນມາຂອງບຸນມະຫາຊາດໃນລາວ

ຄວາມໝາຍຄວາມເປັນມາຂອງບຸນມະຫາຊາດໃນລາວ
ພຣະຄຣູເນືອງພິລັກ ໂຊຕິທອນ

໑. ຊາດົກໝາຍເຖິງຫຍັງ ?
ຄຳວ່າ “ຊາດົກ”(ຊາຕະກະ) ແປວ່າ ຜູ້ເກີດ ຄື ເຫຼົ່າເຖິງການທີ່ພຣະພຸດທະເຈົ້າ ຊົງວຽນວາຍຕາຍເກີດ ຄືເອົາກຳເນີດໃນຊາດຕ່າງໆ ໄປຈວບປະຈົບພົບພໍ້ກັບເຫດການຕ່າງໆ ທັງດີແນ່ ບໍ່ດີແນ່, ແຕ່ກໍໄດ້ສ້າງຄຸນງາມຄວາມດີຕິດຕໍ່ກັນມາທັງຫຼາຍ ແລະນ້ອຍ ຕລອດມາ ຈົນເຖິງໄດ້ເກີດເປັນພຣະພຸດທະເຈົ້າໃນຊາດສຸດທ້າຍ.
ກ່າວອີກຢ່າງໜຶ່ງ ຖືວ່າ ເລື່ອງຊາດົກເປັນວິວັດທະນາການ ແຫ່ງການບຳເພັງຄຸນງາມຄວາມດີ ຂອງພຣະພຸດທະເຈົ້າ ຕັ້ງແຕ່ຍັງເປັນພຣະໂພທິສັດພຸ້ນເປັນຕົ້ນມາ.
ໃນອັດຖະກະຖາ ໄດ້ສະແດງວ່າ ຜູ້ນັ້ນຜູ້ນີ້ກັບຊາດມາເກີດເປັນໃຜ ໃນສະໄໝພຣະພຸດທະເຈົ້າ ແຕ່ໃນປາລີພຣະໄຕປີດົກກ່າວເຖິງພຽງບາງເຣື່ອງ ສະເພາະສະນັ້ນສະ ຣະສຳຄັນຈຶ່ງຢູ່ທີ່ຄຸນງາມຄວາມດີ ແລະຢູ່ທີ່ຄະຕິທັມໃນນິທານນັ້ນໆ.
ເປັນທີ່ຮູ້ຈັກກັນຢູ່ແລ້ວວ່າ ຊາດົດທັງໝົດເທົ່າທີ່ໄດ້ຈັດລຽງ ແລະຈັດພິມແລ້ວເປັນພາສາລາວໃນອະດີດ ທັງທີ່ເປັນອັກສອນທັມໃນໃບລານແລ້ວນັ້ນ ມີທັງໝົດ ໕໕໐ ເຣື່ອງ, ແຕ່ເທົ່າທີ່ມີຜູ້ຄົ້ນຄວ້າເພີ່ມຕື່ມໃນພຣະໄຕປີດົກ ໄດ້ນັບເບິ່ງເຫັນວ່າ ໃນເຫຼັ້ມທີ ໒໗ ມີ ໒໒໕ ເຣື່ອງ, ໃນເຫຼັ້ມທີ ໒໘ ມີ ໒໒ ເຣື່ອງ ຣວມທັງໝົດ ແລ້ວມີພຽງ ໕໔໗ ເຣື່ອງ, ກໍຂາດຫາຍໄປ ໓ ເຣື່ອງ, ເຖິງປານນັ້ນກໍຕາມ ຜູ້ຄົ້ນຄວ້າບາງທ່ານອະທິບາຍວ່າ ສ່ວນທີ່ຂາດຫາຍໄປນັ້ນບໍ່ແມ່ນອື່ນໄກ ອາດເປັນນິທານຊ້ອນນິທານ ແລະບໍ່ໄດ້ແບ່ງເຣື່ອງຊ້ອນເຣື່ອງນັ້ນອອກຕ່າງຫາກ, ເຖິງຢ່າງໃດກໍຕາມເມື່ອມີການຄົ້ນຄວ້າມາກ່ອນທັງນັກປາດຊາວຕ່າງປະເທດ ແລະຊາວລາວເຮົາເອງຢືນຢັນວ່າ ຊາດົກທັງໝົດມີ ໕໕໐ ເຣື່ອງ, ກໍສະແດງວ່າ ແມ່ນຖືກຕ້ອງຕາມຈິງ ເພາະຈຳນວນທີ່ຜູ້ນັບນຳຫຼັງວ່າ ມີ ໕໔໗ ເຣື່ອງ ກໍນັບວ່າມີຄວາມໃກ້ຄຽງເປັນຢ່າງຍິ່ງ.

໒. ຄວາມເປັນມາເຣື່ອງພຣະເວດສັນດອນຊາດົກ
ພຣະເຫວດສັນຕະຣະຊາດົກນັ້ນ ຕົກຢູ່ໃນທະສະຊາດົກ ຄືພຣະເຈົ້າ ໑໐ ຊາດ, ໄດ້ສະແດງໄວ້ໃນໝວດຂຸທທະກະນິກາຍ ພຣະສູຕຕັນຕະປີດົກ ພຣະໄຕຣປິດົກເຫຼັ້ມທີ ໒໘ ເຫດທີ່ເກີດຂອງຊາດົກເຣື່ອງນີ້ເປັນດັ່ງນີ້:
ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າ ພ້ອມດ້ວຍພຣະສົງສາວົກຈຳນວນຫຼາຍ ໄດ້ສະເດັດໄປຍັງນະຄອນກະບິລະພັດ(ກະປິລະວັຕຖຸ) ເພື່ອສະແດງທັມໂຜດພຣະຍາ ຕິວົງ, ຂ່າວຊາບເຖິງພຣະເຈົ້າສຸດໂທທະນະພຣະພຸດທະບິດາ ແລະພຣະບາຕິວົງ ຕ່າງກໍມີຄວາມຍິນດີ ພ້ອມກັນໄປຖວາຍການຕ້ອນຮັບ ເມື່ອພຣະຍາຕິວົງໄດ້ເຫັນພຣະພຸດທະ ອົງມີພຣະຮູບອັນງາມ ມີພຣະຊົນມາຍຸຣຸ່ນຣາວຄາວດຽວກັບບຸດທິດາຂອງຕົນກໍບໍ່ຖວາຍຄວາມເຄົາຣົບ ຄົງມີແຕ່ພຣະຣາຊະກຸມານ-ກຸມາຣີໜຸ່ມໆ ທີ່ອາຍຸຕໍ່າກວ່າເທົ່ານັ້ນ ທີ່ຖວາຍການເຄົາຣົບ, ພຣະພຸດທະອົງເຫັນເຊັ່ນນັ້ນ ຈຶ່ງຊົງສະແດງພຣະປາຣະມີ ເຂົ້າສູ່ຊານແລ້ວລອຍຕົວຂຶ້ນອາກາດເໜືອຊຸມນຸມພຣະຍາຕິວົງ ພ້ອມທັງເປັ່ງພຣະສັບພັນນະຣັງສີຮຸ່ງເຮືອງສະຫວ່າງຮອບພຣະອົງ ເປັນທີ່ອັດສະຈັນເປັນອັນຍິ່ງ.
ພຣະເຈົ້າສຸທໂທທະນະພຸດທະບິດາ ທອດພຣະເນຕເຫັນເຊັ່ນນັ້ນ ຈຶ່ງຍົກພຣະຫັດທັງສອງຂຶ້ນ ຖວາຍຄວາມເຄົາຣົບ ແລະຕັດສັນລະເສີນພຣະພຸດທະອົງວ່າ “ໃນຄັ້ງທີ່ພຣະພຸດທະອົງຍັງຊົງພຣະເຍົາວ໌ ໄດ້ເຊີນພຣະພຸດທະອົງເຂົ້າໄປນະມັດສະການຊະ ດິນດາບົດ ຄັ້ງນັ້ນພຣະພຸດທະອົງໄດ້ຊົງສະແດງ ພຣະປາຣະມີລອຍຂຶ້ນເໜືອສຽນເກົ້າຂອງຊະດິນດາບົດ ຄັ້ງນັ້ນພຣະພຸດທະບິດາໄດ້ຖາວຍຄວາມເຄົາຣົບໄປແລ້ວຄັ້ງໜຶ່ງ, ຄັ້ງ ທີສອງ ເມື່ອພຣະເອື້ອຍລ້ຽງໄດ້ເຊີນພຣະພຸດທະອົງ ສະເດັດໄປໃນພິທີວັບປະມຸງຄຸນຈະ ຣົດພຣະນັງຄັນແຣກນາຂວັນ ນະທີ່ທ້ອງສະໜາມຫຼວງ ໂດຍໃຫ້ບັນທົມຢູ່ກ້ອງຕົ້ນໄມ້ ໃນຄັ້ງນັ້ນເຖິງ ແມ່ນວ່າຕາເວັນຄ້ອຍບ່າຍໄປແລ້ວ ແຕ່ເງົາຕົ້ນໄມ້ບໍ່ໄດ້ຄ້ອຍບ່າຍໄປດ້ວຍ ກັບທຳໜ້າທີ່ປະດຸດຈະດັ່ງຄັນຮົ່ມກັ້ງພຣະອົງໄວ້ ບໍ່ໃຫ້ຕ້ອງແສງພຣະອາທິດ ພຣະພຸດທະບິດາໄດ້ຖວາຍຄວາມເຄົາຣົບເປັນຄັ້ງທີສອງ, ແລະຄັ້ງນີ້ເປັນຄັ້ງທີສາມ ທຳໃຫ້ພຣະຍາຕິວົງທຸກໆ ພຣະອົງຖວາຍຄວາມເຄົາຣົບ” ຂະນະນັ້ນກໍບັງເກີດຝົນໂບກຂະຣະພັດ ເຊິ່ງເປັນນຳ້ຝົນສີແດງໃສບໍຣິສຸດຕົກລົງມາ ຫາກພຣະຍາຕິວົງບໍ່ຕ້ອງການໃຫ້ຝົນສີແດງຖືກ ຕ້ອງພຣະກາຍ ກໍຈະເປັນດັ່ງປາຖະໜາ ຄວາມອັດສະຈັນທີ່ເກີດຂຶ້ນໃນຄັງນີ້ ພຣະຍາຕິວົງຕ່າງກໍຕັດວ່າ “ເປັນດ້ວຍອະນຸພາບຂອງພຣະພຸດທະເຈົ້າ” ຈາກນັ້ນຈຶ່ງຂາບທູນລາພຣະພຸດທະເຈົ້າກັບພຣະຣາຊະວັງ.
ຝ່າຍພຣະສົງ ໄດ້ປະຊຸມສົນທະນາກັນເຖິງຄວາມອັດສະຈັນທີ່ເກີດຂຶ້ນ ພຣະພຸດທະອົງຊົງຊາບເຣື່ອງ ຈຶ່ງໄດ້ສະເດັດໄປຍັງທີ່ປະຊຸມແລ້ວຕັດວ່າ “ຝົນໂບກຂະຣະພັດນີ້ ໄດ້ເຄີຍມີມາແລ້ວໃນອະດີດ” ຈາກນັ້ນຈຶ່ງຊົງຕັດຊາດົກເຣື່ອງ ພຣະເວດສັນດອນ ໃຫ້ຄະ ນະສົງຟັງ ເຊິ່ງຖືວ່າເປັນຕົ້ນເຫດໃຫ້ພຣະພຸດທະອົງເທສນາເຣື່ອງ ພຣະເວດສັນດສອນຊາດົກ.

໓. ຄວາມເປັນມາຂອງການເຮັດບຸນມະຫາເຫວດສັນຕະຣະຊາດົກ
​ ​​​ປາກົດໃນໜັງສື ມະໄລໝື່ນ ມະໄລແສນ ເຊິ່ງກ່າວເຖິງດິນແດນລັງກາທະວີບ ມີ ພຣະສົງອົງໜຶ່ງ ນາມວ່າພຣະມະຫາມະໄລ ສຳເລັດອະພິນຍາຍານ ມັກໄປເທດສະໜາ ໂຜດ ສັດນະຣົກປະຈຳ, ວັນໜຶ່ງ ຊາຍຄົນທຸກອາຊີບຫາຟືນຂາຍເພື່ອລ້ຽງຊີບ ໄດ້ເຫັນ ດອກບົວຫຼວງ ກາງໜອງທີ່ສວຍງາມຈຶ່ງເກັບໄດ້ ໘ ດອກແລ້ວ ນຶກວ່າດອກບົວຫຼວງ ເປັນດອກໄມ້ບໍຣິສຸດ ເກີດຢູ່ກາງໜອງຄວນຈະເອົາໄປບູຊາພຣະຣັດຕະນະໄຕຈຶ່ງສົມ ຄວນ ແລະວັນນີ້ກໍເປັນວັນສິນດ້ວຍ ຄິດແລ້ວກໍນຳເອົາດອກບົວນັ້ນໄປຖວາຍແກ່ພຣະ ເຖຣະມາໄລ ແລ້ວຖວາຍເປັນພຸດທະບູຊາ, ທັມມະບູຊາ ແລະສັງຄະບູຊາ ຖວາຍແລ້ວກໍ ປາຖະໜາມັກ-ປາຖະໜາຜົນ ເມື່ອພຣະມາໄລເຖຣະໄດ້ຮັບດອກບົວນັ້ນແລ້ວ ຈຶ່ງນຶກວ່າ “ເຮົາໄປນະຣົກມາໝົດແລ້ວ ບັດນີ້ເຮົາຈະເອົາດອກບົວນີ້ໄປໄຫວ້ພຣະທາດເກດແກ້ວຈຸ ລະມະນີ ຄິດແລ້ວພະມາໄລກໍເຂົ້າຊານແລ້ວກໍເຫາະໄປຕາວະຕິງສາສະຫວັນໂດຍທັນທີ ກໍໄຫວ້ພຣະທາດເກດແກ້ວ ເມື່ອໄຫວ້ພຣະທາດແລ້ວ ກໍໄດ້ພົບພຣະຍາກິນ ກໍຖາມຂ່າວ ຄາວກັນ ວັນນັ້ນເປັນວັນສິນ ພຣະອິນບອກວ່າ ວັນນີ້ຈະມີເທບພະບຸດ ແລະເທພະດາ ຈາກໝື່ນໂລກະທາດມາໄຫວ້ພຣະທາດ ໃນນັ້ນຈະມີເທພະບຸດອະຣິຍະເມດໄຕ ອົງທີ່ຈະ ລົງໄປຕັດເປັນພຣະພຸດທະເຈົ້າໃນຄັ້ງໜ້າຈະມາດ້ວຍ ພຣະມາໄລມີຈຸດປະສົງຢາກພົບ ພຣະສີອະຣິຍະເມດໄຕເທພະບຸດ ກໍຈົ່ງຢູ່ຖ້າ.
ໃນຂະນະລໍຖ້າສີອະຣິຍະເມດໄຕເທພະບຸດຢູ່ນັ້ນ ກໍມີຂະບວນຂອງເທພະດາ ມາກ່ອນຫຼາຍອົງ ພ້ອມດ້ວຍບໍຣິວານຫຼາຍນ້ອຍຕ່າງກັນ ນັບແຕ່ ໑໐໐໐ ຕົນ, ຮອດແສນ ຕົນ ພຣະມາໄລກໍຖາມເຖິງອະນິສົງຂອງການທຳບຸນຂອງເທພະບຸດ ແລະເທພະດາອົງ ຕ່າງໆ ພຣະຍາອິນກໍຕອບພຣະມາໄລເຖຣະ ຕາມບຸບພະກັມຂອງເທພະບຸດເທພະດາ ອົງຕ່າງໆນັ້ນວ່າ “ຄາວເມື່ອເຂົາເປັນມະນຸດໄດ້ເຮັດບຸນທຳທານອັນໃດ ຈຶ່ງໄດ້ອະນິສົງ ພຽງນີ້ ຕາມຖານະຈົນພຣະມາໄລຊາບໂດຍລະອຽດ” ເມື່ອຊິ້ນຂະບວນເທພະບຸດຜູ້ມີ ບໍຣິວານເຖິງໜຶ່ງແສນແລ້ວ ຈຶ່ງເຫັນຂະບວນຂອງອະຣິຍະເມດໄຕເທວະບຸດມາ ພ້ອມ ດ້ວຍບໍຣິວານຂອງຕົນ ອະຣິຍະເມດໄຕເທວະບຸດໄດ້ນຳຂະບວນຮອບພຣະທາດເກດ ແກ້ວແລ້ວ ກໍໄຫວ້ຕາມສົມຄວນ ແລ້ວຈຶ່ງມາໄຫວ້ພຣະຍາອິນ ແລະພຣະມາໄລເຖຣະ ພຣະອິນຖາມຂ່າວຮູ້ວ່າ ພຣະມາໄລເຖຣະມາແຕ່ເມືອງມະນຸດ ຈຶ່ງຖາມສາຣະທຸກສຸກດິບ ແລະຍັງຖາມເຖິງການເຮັດບຸນ ຂອງມະນຸດວ່າ ຍັງປາຖະໜ້າເຫັນໜ້າຂອງເຮົາຢູ່ບໍ ? ພຣະມາໄລຕອບໄປຕາມຄວາມຈິງ ຄື ບາງຜ່ອງເຮັດບຸນ ບາງຜ່ອງບໍ່ເຮັດບຸນ ບາງຜ່ອງ ເປັນຄົນດີທຳບຸນສຸນທານ ແລະບາງຜ່ອງບໍ່ເຮັດ ເປັນຄົນຂີ້ໂຫດສາມານ, ເມື່ອສີຣິຍະ ເມດໄຕ ຍິນດັ່ງນັ້ນແລ້ວ ຈຶ່ງສົງສານມະນຸດ ຈຶ່ງສັ່ງຄວາມມາຫາມະນຸດກັບພຣະມາໄລ ວ່າ “ໃຜຢາກເຫັນໜ້າ ແລະພົບສາສະໜາຂອງພຣະສີອະຣິຍະເມດໄຕໃຫ້ທານ, ຮັກສາ ສິນ ແລະສະມາທິພາວະນາ ຟັງຣົດສາທັມມະເທສະໜາ”.
ພຣະມາໄລເຖຣະ ຈຶ່ງຖາມວ່າ ຫາກມະນຸດປາຖະໜາເຫັນໜ້າພຣະສີອະຣິຍະ ເມດໄຕແລ້ວ ມະນຸດຈະເຮັດຈັ່ງໃດ ? ອະຣິຍະເມດໄຕຈຶ່ງສັ່ງວ່າ “ໃຫ້ມະນຸດຟັງທັມມະ ຫາເວດສັນຕະຣະຊາດົກ ແຕ່ເຄື່ອງບູຊາດ້ວຍຄາຖາພັນ ແລະໃຫ້ຟັງແລ້ວໃນມື້ໜຶ່ງວັນ ດຽວ ແລ້ວປາຖະໜາເຫັນໜ້າພຣະພຸດທະເຈົ້ານາມວ່າອະຣິຍະເມດໄຕ” ດ້ວຍເຫດນີ້ ຊາວພຸດຈຶ່ງນິຍົມເຮັດບຸນພຣະເຫວດແຕ່ນັ້ນມາ, ແຕ່ບັດນີ້ການເຮັດບຸນພຣະເຫວດ ປາ ກົດເຮັດຈົນປະເພນີຂອງຊາດນັ້ນ ແມ່ນຊຸມຊົນເຊື້ອຊາດລາວເທົ່ານັ້ນ.

໔. ຄວາມເປັນມາຂອງການເຮັດບຸນມະຫາເຫວດສັນຕະຣະຊາດົກໃນລາວ.
ພຣະເວດສັນຕະຣະຊາດົກ ບາງຄັ້ງກໍຮຽກວ່າ “ມະຫາເວດສັນຕະຕະຊາດົກ” ເປັນຊາດົກເຣື່ອງໃຫຍ່ ກ່າວເຖິງພຣະໂພທິສັດ ເຊິ່ງສະເຫວີຍພຣະຊາດເປັນພຣະເວດສັນດອນ “ເວສັນຕຣະ” ໄດ້ບຳເພັງພຣະປາຣະມີຢ່າງສູງສຸດ ຍາກເກີນກວ່າຈະມີຜູ້ໃດທຳໄດ້ ຄື ໃຫ້ບຸດແລະພັລຍາແກ່ຜູ້ທີ່ມາຂໍ ນອກຈາກນັ້ນຍັງບຳເພັງພຣະປາຣະມີອັນຍິ່ງໃຫຍ່ອື່ນໆຄົບຖ້ວນ ໑໐ ປະການ, ຈຶ່ງ ຮຽກອີກຢ່າງໜຶ່ງວ່າ “ມະຫາຊາດ-ມະຫາຊາຕະ” ແລະການເທດເຣື່ອງພຣະເຫວດສັນດອນ ກໍຮຽກວ່າເທສນາມະຫາຊາດ.
ມະຫາເວສສັນຕະຣະຊາດົກ ເປັນເຣື່ອງສູງສົ່ງ ສະແດງໃຫ້ເຫັນເຖິງການເສັຍສະຫຼະປະໂຫຍດສຸກສ່ວນຕົວ ຂອງພຣະເວສສັນດອນ ເພື່ອເປັນທາງນຳໄປສູ່ໂພທິຍານ ເມື່ອໄດ້ບັນລຸໂພທິຍານແລ້ວ ກໍບໍ່ໄດ້ຮັບປະໂຫຍດສຸກສະເພາະຕົນ ແຕ່ໄດ້ນຳມາສັ່ງ ສອນເພື່ອປະໂຫຍດສຸກແກ່ຊາວໂລກດ້ວຍ.
ມະຫາເວສສັນຕະຣະຊາດົກ ເປັນເຣື່ອງທີ່ຄົນລາວຮູ້ຈັກກັນມາຕັ້ງແຕ່ ສະໄໝທີ່ ພຣະພຸດທະສາສນາເຂົ້າມາລາວແລ້ວ ຄືນັບແຕ່ສະໄໝອານາຈັກຊຽງທອງ ມີຫຼັກຖານແນ່ນອນໃນສະໄໝລ້ານຊ້າງຊຽງທອງ ແລະມີຫຼັກຖານປາກົດທົ່ວໄປໃນໜັງສືໃບລານ ແລະຮີດ ໑໒ ຄອງ ໑໔ ອັນເປັນກົດມົນທຽນບານຂອງລາວ, ກາຍເປັນຄະຕິຄວາມເຊື່ອຂອງຄົນລາວທືສືບທອດມາເຖິງປັດຈຸບັນນີ້.
ມະຫາເວສສັນຕະຣາຊາດົກນັ້ນ ປາກົດເຫັນທົ່ວໄປໃນຫົວເມືອງລາວ ແລະບັນດາຫົວເມືອງ ທີ່ເຄີຍເປັນສ່ວນໜຶ່ງຂອງປະ ເທດລ້ານຊ້າງໃນອະດີດ ບໍ່ວ່າຫົວເມືອງໃນພາກອິສານຂອງໄທຍ໌, ຫົວເມືອງພາກເໜືອຂອງຂະເໝນ, ຫົວເມືອງພາກໃຕ້ຂອງຈີນ ແລະເມືອງທ່າຂີ້ເຫຼັກຂອງພຣະມ້າ, ໃນອານາຈັກລ້ານນາ, ໃນບັນດາຫົວເມືອງເຫຼົ່ານີ້ ໜັງສືພຣະເວສສັນດອນນັ້ນ ມັກຈະມີລັກສະນະໃຊ້ພາສາລາວ, ໜັງສືພຣະເວສສຳນວນພາ ສາລາວນັ້ນ, ມັກຈະເປັນລັກສະນະຍົກສັບທັງໝົດ, ໜັງສືລຳພຣະເຫວດປະເພດຍົກສັບນີ້ນັ້ນ ມັກຈະນຳມາເທສໃນງາບຸນພຣະເວສປະຈຳປີ ຫຼືບຸນມະຫາຊາດ, ບໍ່ນິຍົມເອົາໜັງສື ພຣະເວສກ້ອມ ຫຼືໜັງສືພຣະເວສປະເພດຄຳກອນມາເທດໃນງາບຸນມະຫາຊາດ.
ໜັງສືພຣະເວດເທົ່າທີ່ປາກົດນັ້ນ ຈະຂຽນເປັນອັກສອນລາວເດີມ (ອັກສອນທັມໃນແບບນິຍົມຂອງຊົນເຜົ່າຕ່າງໆຂອງລາວ) ແລະຂຽນໃສ່ໃບລານມີອາຍຸຫຼາຍຮ້ອຍປີກໍປາກົດຢູ່, ແຕ່ຢ່າງໃດກໍຕາມເທົ່າທີ່ເອົາຕົວຢ່າງຈາກໜັງສືພຣະເຫວດທີ່ມີຄວາມຍາວສຸດນັ້ນ ໃຊ້ເວລາເທດຕໍ່ເນື່ອງກັນຕັ້ງແຕ່ເວລາ ໐໒:໐໐ ໂມງຕອນເດີກ, ໄປສິ້ນສຸດຢູ່ທີ່ເວລາ ໒໐:໐໐ ໂມງ, ໜັງສືຍາວສຸດພົບທີ່ວັດຂະເໜົາໂພນຈຳ ປີ ຄ.ສ ໑໙໗໒, ດຽວນີ້ບໍ່ໃຊ້ແລ້ວຍາວໂພດ, ໜັງສືທີ່ໃຊ້ກັນທົ່ວໄປນີມັກຈະເທດແຕ່ເວລາ ໐໓:໐໐ ໂມງເຊົ້າ ເທດຕໍ່ເນື່ອງໄປສິ້ນສຸດຢູ່ທີ່ເວລາບໍ່ເກີນ ໑໘:໐໐ ໂມງແລງ, ນີ້ມີຫຼາຍ, ນັບແຕ່ປີ ໑໙໗໐ ເປັນຕົ້ນມາ, ທ່ານມະຫາສີລາວິຣະວົງ ກໍໄດ້ລິດຈະນາໜັງສືພຣະເຫວດ ເປັນພາສາລາວໃສ່ປື້ມ ແລະຕໍ່ມາກໍມີສະບັບຂອງສາທຸໃຫຍ່ຄຳຈັນ ວິຣະຈິດໂຕ ເຈົ້າຄະນະແຂວງຫຼວງພຣະບາງພິມ, ໜັງສືສອງສະບັບນີ້ ຖືໄດ້ວ່າເປັນສະບັບມາດຕາຖານ ແລະເປັນທີ່ນິຍົມຂອງນັກຂຽນໜັງສືໃບລານ ທີ່ສຸດໃນການທີ່ຈະກ່າຍອອກເປັນຕົວທັມ ໃສ່ໜັງສືໃບລານຄືນ ເພາະຖືກຕ້ອງ ຕາມພາສາລາວ ແລະພາສາປາລີ, ແລະມີຜູ້ສັດທາກ່າຍຕໍ່ກັນມາເລື້ອຍໆ ເພື່ອເອົາໄປຖວາຍໄວ້ວັດຕ່າງໆທົ່ວປະເທດລາວແລ້ວ ເຮັດໃຫ້ໜັງສືພຣະເຫວດໃນຍຸກປັດຈຸບັນ ມີຄວາມຄ້າຍກັນເກືອບທົ່ວປະເທດ ໃນເລື່ອງຂອງສຳນວນແຫ່ງການໃຊ້ພາສາ ແລະເລື່ອງຂອງ ການຂະຫຍາຍຄວາມ.
ສ່ວນໜັງສືພຣະເຫວດແບບສຳນວນລາວນັ້ນ ແມ່ນມີການໃຊ້ຢ່າງຫຼວງຫຼາຍໃນຫົວເມືອງອີສານຂອງໄທຍ໌ ເທົ່າທີ່ຜູ້ຂຽນໄດ້ພົບແມ່ນພຣະພຸດຖາຈານອາດອາສາພະ ເຖຣະແຫ່ງວັດມະຫາທາດ ໄດ້ພິມເປັນອັກສອນໄທຍ໌ ແຕ່ເພິ່ນໄດ້ຖືເອົາແບບທີ່ພົບໃນພາກອີສານ(ແຂວງຮ້ອຍເອັດ)ເປັນຕົວຢ່າງໃນການປະຣິວັດເປັນອັກສອນໄທຍ໌ ແລະເອົາສະບັບທ່ານມະຫາສີລາວິຣະວົງ ແລະແບບເມືອງຫຼວງ(ສົງໄສແມ່ນແບບຂອງສາທຸໃຫຍ່ຄຳຈັນ) ສະບັບອ້າງອິງ ເພາະເພີ່ນໃຊ້ຄຳວ່າ ສະບັບຫຼວງພຣະບາງ ເພິ່ນສະຫຼຸບວ່າສ່ວນໃຫຍ່ຈະເໝືອນກັນ ແລະສ່ວນທີ່ບໍ່ເໝືອນກັນເພິ່ນກໍສົມທຽບໃຫ້ເຫັນດ້ວຍ.
ສ່ວນສະບັບທີ່ມັກໃຊ້ເທດແທ້ໆນັ້ນ ຈະພິມເປັນອັກສອນໄທຍ ໃສ່ເຈັ້ຍພິມທີ່ ໂຮງພິມລ່ຽງຊ່ຽງຈົງຈະເຣີນ ເປັນເຈັ້ຍເຮັດແບບເຈັ້ຍສາ, ສຳນວນລາວທັງໝົດ, ຕ່າງແຕ່ ພິມເປັນອັກສອນໄທຍ໌ເທົ່ານັ້ນ, ຢ່າງໃດກໍຕາມໜັງສືພຣະເວດໃນຫົວເມືອງອີສານນັ້ນແມ່ນສະບັບສຳນວນລາວ, ເພາະສະບັບສຳນວນພາສາໄທຍ໌ນັ້ນກໍມີຕ່າງຫາກ ສະນັ້ນທີ່ເມືອງໄທຍ໌ ມີໜັງສືພຣະເວດສອງແບບ ຄືສະບັບແບບອີສານ ແລະສະບັບແບບໄທຍ໌(ຄື ແບບພາສາໄທຍ) ສ່ວນສະບັບລ້ານນານັ້ນ ແມ່ນຈະມີລັກສະນະດຽວກັບລາວ ເຖິງມີຕ່າງແນ່ກໍເລັກນ້ອຍ ຖືວ່າເປັນໜັງສືແບບພາສາລາວເລີຍ ເພາະມີວິວັດທະນະນາການມາທາງດຽວກັນຢູ່ແລ້ວ, ສຳລັບໜັງສືພຣະເຫວດຂອງລາວກັບຂອງອີສານນັ້ນ ມີລັກ ສະນະເໝືອນກັນ ກໍຍ້ອນວ່າຊວອີສານເປັນສ່ວນໜຶ່ງຂອງລ້ານຊ້າງມາກ່ອນ ແລະດຳຣົງວັດທະນະທັມຮີດ ໑໒ ຄອງ ໑໔ ດຽວກັນກັບລາວ, ຈະວ່າໃຜເອົາແບບໃຜນັ້ນ ຂໍຕອບວ່າອີສານແມ່ນມີຕົ້ນແບບຈາກຈຳປາສັກ ແລະວຽງຈັນ ເພາະວ່າສູນກາງອຳນາດທາງວັດ ທະນະທັມອີສານນັ້ນແມ່ນຢູ່ວຽງຈັນ ແລະຈຳປາສັກຢູ່ແລ້ວ ເຫັນໄດ້ຈາກຫົວເມືອງອິສານ ທັງໝົດນັ້ນໃນເມື່ອກ່ອນຂຶ້ນກັບນະຄອນຈຳປາສັກ ແລະນະຄອນວຽງຈັນ.
ໜັງສືພຣະເຫວດສັນຕະຣະຊາດົກນັ້ນ ຈະເປັນສະບັບໃດກໍຕາມ ຈະມີພັນພຣະຄາຖາ ດ້ວຍເຫດນັ້ນ ບາງແຫ່ງຈຶ່ງຮຽກວ່າ “ຟັງທັມຄາຖາພັນ” ຄືວ່າ ເມື່ອຈະເຮັດບຸນພຣະເຫວດ ມັກ ຈະແຕ່ງຄາຖາພັນ ສ່ວນຄາຖາພັນແຕ່ງ ຢ່າງໃດໃຫ້ໄປສຶກສາໃນໜັງສື ແຫ່ງພຣະເຫວດເຂົ້າເມືອງ ຂອງພຣະອາຈານເນືອງພິລັກ ໂຊຕິທອນ-ອາຈານບຸນເຕີມ ສີບຸນເຮືອງ ພິມໃນປີ ໒໐໐໔, ແລະ ໜັງສືພຣະເຫວດຂອງມະຫາສີລາ ວິຣະວົງ ແລະຂອງສາທຸໃຫຍ່ຄຳຈັນ ວິຣະຈິຕໂຕ.

ໜັງສືອ້າງອີງ:​ ​ ​- ໜັງສືລຳພຣະເຫວດ ໜັງສືທັມໃບລານ ທີ່ວັດຂະເໝົາໂພນຈຳປາ(ໜັງ ສືຜູກສະບັບເດີມ) - ໜັງສືລຳພຣະເຫວດ ມະຫາສີລາ ວິຣະວົງ ພີມປີ ໑໙໗໒. - ໜັງສືລຳພຣະເຫວດ ສາທຸໃຫຍ່ຄຳຈັນ ວິຣະຈິໂຕ ວັດແສນສຸຂະຣາມ. - ໜັງສືລຳພະເຫວດສະບັບຫຍໍ້ ສຳນັກຄົ້ນຄວ້າພຸດທະສາສນາ ຂອງພຣະ ອາຈານພິມໂພ ເຕຊະທັມໂມ. - ໜັງສືເທດແລ່ ເຊີນພຣະເຫວດເຂົ້າເມືອງ ພຣະອາຈານຊາເນືອງພິລັກ ໂຊ ຕິທອນ ແລະອາຈານບຸນເຕີມ ສີບຸນເຮືອງ., ພິມ ປີ ໒໐໐໔.

วันพฤหัสบดีที่ 22 กันยายน พ.ศ. 2554

ຕາມຫາອານາຈັກອ້າຍລາວ

ມື່ອຜູ້ຂຽນ ຈື່ຈຳໄດ້ຈາກນິທານເລື່ອງອັກສອນລາວໄດ້ຈາກພະຍາແຖນນັ້ນ ເຫັນໄດ້ຕອນໜຶ່ງຂອງ ເລື່ອງວ່າ “ໃນບ້ານນັ້ນມີຄົນຢູ່ນຳກັນ ໓ ກຸ່ມຄື ກຸ່ມຈີນຢູ່ຫົວບ້ານ, ກຸ່ມລາວຢູ່ກາງບ້ານ ແລະກຸ່ມກຼອມ ຢູ່ທ້າຍບ້ານ” ນັ້ນ, ທັງສາມຊົນຊາດນີ້ລ້ວນແຕ່ນັບຖືແຖນອົງດຽວກັນ, ດ້ວຍຫຼັກຖານທາງຄຳເວົ້າ ເຊັ່ນນີ້ ເມື່ອເຮົາມາມອງທາງດ້ານປະຫວັດສາດແລ້ວ, ຊົນຊາດທີ່ປາກົດຕາມນິທານກ່າວໄວ້ຮອດປັດຈຸບັນນີ້ ມີ ຈີນ, ລາວ ແລະຂະເໝນ, ເຖິງຄຳວ່າ ກຼອມ ເຊິ່ງລາວໄທຍ໌ມັກຮຽກເຂົາວ່າຂອມນັ້ນ, ກ່າວວ່າກາຍເປັນຊົນ ຊາດຂະເໝນໄປແລ້ວ, ເຖິງຖ້າວ່າຂະເໝນ ບໍ່ແມ່ນຊົນຊາດກຼອມກໍຕາມ ແຕ່ໃນຕອນໃຕ້ຂອງຂະເໝນນັ້ນ ມີຊົນຊາດຂະເໝນຊົນຊາດໜຶ່ງວ່າ “ຂະແມກຼອມ” ອາດມີສ່ວນພົວພັນກັບຊົນຊາດກຼອມໃນນິທານນັ້ນກໍໄດ້.

ຢ່າງໃດກໍຕາມ ຄຳວ່າ “ຈີນ, ລາວ ແລະຂະເໝນ” ໄດ້ຢູ່ໃນບ້ານດຽວກັນ, ການຕັ້ງຖິ່ນຖານຕາມນິ ທານກ່າວເຖິງ ກໍແມ່ນວ່າ ຈີນຢູ່ຫົວບ້ານ, ລາວຢູ່ກາງບ້ານ ແລະກຼອມຢູ່ໃຕ້ບ້ານ, ເມື່ອມາແລເບິ່ງລັກສະນະ ທາງພູມສາດແລ້ວ, ຈີນຢູ່ເໜືອລາວ, ລາວຢູ່ກາງ ແລະຂອມ ຫຼືຂະເໝນຢູ່ໃຕ້, ມັນກໍເປັນດັ່ງນິທານກ່າວໄວ້ ໂດຍບໍ່ມີຜິດ.
ຫາກເຮົາເຊື່ອວ່າ ຊົນາຊາດຂອມເປັນຊົນຊາດທີ່ມີຈິງໃນໂລກນີ້ ແລະຂອມເອງກໍຕັ້ງອານາຈັກຢູ່ ທາງຕອນໃຕ້ຂອງລາວແທ້, ເມື່ອເຮົາສຶກສາເບິ່ງດິນແດນທີ່ຂອມຂະຫຍາຍອິດທິພົນໃນສະຕະວັດທີ ໑-໑໒ ນັ້ນ, ເຮົາເຫັນວ່າດິນແດນຂອງຂອມໄດ້ກວາມເອົາລົບບູຣີ, ສຸໂຂໄທ, ວຽງຈັນ ອາດເກີນເລີຍໄປຮອດ ເມືອງຊວາຂອງລາວພຸ້ນ.


ເມື່ອມາເບິ່ງບາດລ້ຽວປະຫວັດສາດຕອນນີ້ເຮົາອານາຈັກຂອງຄົນລາວເຮົານັ້ນຢູ່ໃສ ? ມັນກະເປັນ ທີ່ແນ່ນອນແລ້ວວ່າ ເມື່ອລາວຢູ່ເໜືອນກຼອມ ອານາຈັກຂອງຄົນລາວກໍຕ້ອງຢູ່ດິນແດນອັນເປັນຂອງຂອມ ຂຶ້ນເມື່ອ, ໃນຫຼັກຖານທາງປະຫວັດສາດທີ່ເຮົາຮູ້ກັນທົ່ວໄປວ່າ “ອານາຈັກຂອງອ້າຍລາວນັ້ນ ມີສູນກາງຢູ່ ອານາຈັກໜອງແສ ເມືອງແຖນ” ເມື່ອເປັນເຊັ່ນນັ້ນ ມັນກະສອດຄ່ອງກັບຫຼັກຖານທາງພູມສາດ ແລະປະ ຫວັດສາດແລ້ວວ່າ ອານາຈັກຂອງຈີນຕ້ອງຢູ່ເໜືອລາວຂຶ້ນເມືອ.
ສະນັ້ນ, ຈີນ, ລາວ ແລະຂອມ ຈຶ່ງເປັນຊົນຊາດ ທີ່ເກົ່າແກ່ເໜືອກວ່າຊາດອື່ນໃດໃນໂລກ ໃນ ດິນແດນແຖບນີ້, ອີກຢ່າງໜຶ່ງ ໃນນິທານຍັງບອກອີກວ່າ ຈີນ, ລາວ, ກຼອມນັ້ນ ອາໄສຢູ່ໃນບ້ານດຽວກັນ ຄວາມສຳຄັນອັນນີ້ມັນໄດ້ສະແດງໃຫ້ເຫັນວ່າ ໓ ຊົນຊາດໃຫຍ່ນີ້ ຕ້ອງຢູ່ຮ່ວມກັນ ແລະມີການພົວພັນ ກັນມາບໍ່ວ່າທາງດ້ານເສດຖະກິດ, ສັງຄົມ ແລະວັດທະນະທຳ ເວົ້າເຖິງອານາຈັກນັ້ນ ໃນບັນດາດິນແດນ ທີ່ມີຄົນຈີນຢູ່ ອາດມີຄົນລາວ ແລະຄົນກຼອມປົນກັນຢູ່ດ້ວຍ.


ເມື່ອເຮົາມາມອງຕາມຫຼັກຖານທາງຣັດຖະສາດແລ້ວ ບັນດາເມືອງຕ່າງໆໃນດິນແດນຕອນນີ້ ເປັນ ອານາຈັກແບບນະຄອນລັດ ການສ້າງຕັ້ງຂອງບັນດາຊົນຊາດຕ່າງໆ ກໍແມ່ນຕ້ອງໄດ້ຢູ່ໃກ້ຄຽງກັນ ຫຼືປົນກັນ ຢູ່ຕາມຂອບເຂດຂອງຕົນ ຈົນຕາບເມື່ອໂລກໄດ້ວິວັດທະນາການມາເປັນສັງຄົມອານາຈັກບັນດາຫົວເມືອງ ເຂັ້ມແຂງຈຶ່ງໄດ້ລວບລວມເອົາຫົວເມືອງນ້ອຍໃຫຍ່ສ້າງຕັ້ງເປັນອານາຈັກຂອງຕົນຫຼາຍອານາຈັກ ແຕ່ໃນນັ້ນ ຍັງມີອານາຈັກຈີນ ແລະອານາຈັກລາວ ທີ່ຍັງຄົງຢູ່ເທົ້າບັດນີ້ ຍັງເຫຼືອແຕ່ອານາຈັກ ກຼອມ ຫຼືຂອມ ທີ່ຂາດຫາຍໄປ ແລະຂອມນັ້ນເປັນໃຜ ? ຢູ່ໃສດຽວນີ້ ແລະອານາຈັກອ້າຍລາວນັ້ນ ຢູ່ໃສ ຫຼືວ່າຢູ່ນີ້.

ປະຫວັດພຣະທາດຫຼວງ ວຽງຈັນທນ໌ ຫຼື ພຣະເຈດີ ໂລກະຈຸລາມະນີ

ປະຫວັດພຣະທາດຫຼວງ ວຽງຈັນທນ໌
ຫຼື
ພຣະເຈດີ ໂລກະຈຸລາມະນີ
(ພຣະເຈົ້າຈັນທະບູຣີ ປະສິດທິສັກ ຊົງສ້າງພຣະທາດຫຼວງຄັ້ງແຮກ)
ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ຮຽກກັນ ເຊິ່ງເປັນພຣະທາດ ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ ທີ່ຄົງເຫຼືອຢູ່ຕັ້ງແຕ່ບູຮານະການ ສ່ວນ ຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາຕັ້ງແຕ່ສະໄໝພຣະ ເຈົ້າໄຊຍະເຊດຖາທິຣາດນັ້ນ ຊື່ວ່າພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະ ຖານສຳຄັນຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະ ພຸດທະສາສະໜາຂອງລາວທັງມວນນີ້ ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸຣັງຄະທາດວ່າ ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການຕັ້ງ ເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງຈາກການສ້າງພຣະທາດພຣະນົມແລ້ວ ຜູ້ສ້າງຄັ້ງທຳອິດແມ່ນພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈ ຄວາມສຳຄັນ ມາກ່າວໄວ້ໃຫ້ຟັງດັ່ງນີ້ :-
ເມື່ອພຣະໂຄດົມບໍຣົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວເອິກຂອງພຣະພຸດທະ ເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືພຣະທາດ ພນົມທຸກວັນນີ້) ໃນເວລາກໍ່ພຣະທາດຄັ້ງແຮກທີ່ພູກຳພ້ານັ້ນ ໄດ້ພຣະກະສັດທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-
໑. ພຣະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ.
໒. ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ.
໓. ພຣະຍານັນທະເສນ ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.
໔. ພຣະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດຂະເໝນ
໕. ພຣະຍາຈຸລນີພົມທັດ ເມືອງປາການ (ຄືແຂວງຊຽງຂວາງ).
(ຄຳວ່າ ປາການ ໝາຍເຖິງເມືອງດ່ານ ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).
ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະຍາ ຄຳແດງ ເມືອງໜອງຫານນ້ອຍ ສຸຣະຄົຕ(ຕາຍ)ໄປແລ້ວ ເລີຍເກີດນ້ຳຖ້ວມເມືອງ ທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກໜີຂຶ້ນມາຕັ້ງ ຢູ່ແຄມນ້ຳ ຂອງ ໃນພວກອົບພະຍົກນີ້ມີຜູ້ໜຶ່ງຊື່ວ່າທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນ ນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາຕັ້ງເມືອງໃໝ່ ຢູ່ ແຄມຫ້ວຍເກົ້າລ້ຽວໃກ້ແມ່ນຳ້ຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງສຸວັນນະພູມ ສ່ວນ ບ່າວໄພ່ບໍຣິວານ ກໍພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອ ນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາ ຢູ່ແຄມນຳ້ຂອງ, ອີກອົງໜຶ່ງຊື່ວ່າມະຫາສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳ ບຶງ(ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະຫັນສອງອົງນີ້.
ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ ເກີດ ຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາຣາວະ ດີອະຍຸທິຍາ ຍົກທັບມາຮົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາເພິ່ງທ້າວ ຄຳບາງ ມີໝື່ນຫຼວງກາງໂຮງກັບໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມ ມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງແມ່ນຳ້ຂອງ ໃນ ເວລານັ້ນເຈົ້າ ສັງຂະວິຊາໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານໜອງຄາຍ ແລະຢາຍ ມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄຸຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍ ນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.
ຢູ່ຕໍ່ມາບຸຣີຈັນ ຫົວໜ້າບ້ານໜອງຄັນແທ ມາໄດ້ກັບນາງອິນສະຫວ່າງທິດາ ຂອງທ້າວບາງ ເຈົ້າເມືອງສຸວັນນະພູມ ແລະບຸຣີຈັນຈຶ່ງຕັ້ງບ້ານໜອງຄັນແທ ຂຶ້ນ ເປັນເມືອງຮຽກວ່າເມືອງຈັນທະບູຣີ ຕາມນາມຂອງຕົນເມື່ອບູຣີຈັນຕັ້ງເມືອງຂຶ້ນ ແລ້ວ ຈຶ່ງຈັດແຈ່ງແຕ່ງເຄື່ອງຣາຊະບັນນາການໄກ ຖວາຍພຣະເຈົ້າສຸມິດຕະທັມມະ ວົງສາ ພຣະເຈົ້າແຜ່ນດິນແຫ່ງເມືອງມະຣຸກຂະນະຄອນ(ຄືເມືອງທ່າແຂກ ຫຼືເມືອງ ໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະຣາດ ພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງ ແຕ່ງໃຫ້ພຣາມ ໕ ຄົນ ຂຶ້ນມາອະພິເສກບຸຣີຈັນ ໃຫ້ເປັນເຈົ້ານະ ຄອນຈັນທະບູຣີ ມີພຣະນະຄອນວ່າ ພຣະເຈົ້າຈັນທະບູຣີປະສິດທິສັກ ພ້ອມກັນນີ້ ຍັງໄດ້ພຣະຣາຊທານນາງກັນລະຍານີ ທີ່ເປັນຄົນເມືອງທ່າແຂກມາໃຫ້ ສອງນາງ ແລ້ວພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງກຳນົດເຂດແດນເມືອງຈັນ ທະບູຣີມອບ ໃຫ້ຄືທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະທາງຟາກນ້ຳຂອງນັບ ແຕ່ຫ້ວຍບາງ ບາດຂຶ້ນມາ.
ບຸຣີຈັນເມື່ອໄດ້ເປັນເຈົ້ານະຄອນວຽງຈັນທນ໌ແລ້ວ ຈຶ່ງສ້າງຂົວຂ້າມນຳ້ບຶງ ອອກໄປຫາບ້ານເກົ່າ ແລະສ້າງວັດຂຶ້ນໃນບ້ານເກົ່ານັ້ນ ຮຽກວ່າວັດສວນອ່ວຍລ່ວຍ ແຫ່ງໜຶ່ງ, ສ້າງວິຫານຂຶ້ນສອງຫຼັງທີ່ປ່າໃຕ້ ແລະປ່າເໜືອ ສຳລັບໃຫ້ພຣະອໍຣະ ຫັນສອງອົງນັ້ນຢູ່ ຕໍ່ມາພຣະມະຫາພຸດທະວົງສ໌ ຈຶ່ງນຳທາດພຣະອໍຣະຫັນມາ ບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ ໕ ວາ ກ້ວາງ ໓ ວາ ກໍ່ດ້ວຍ ດິນຈີ່ ເປັນຮູບຜາສາດເອົາແຜ່ນເງິນລຽນປູຮອງໄວ້ ຈຶ່ງເອົາທາດລົງບັນຈຸແລ້ວ ເອົາຫີນໝາກຄອມຖົມໃຫ້ແໜ້ນ ແລະຝັງສີລາໝາຍໄວ້ ສີລານັ້ນ ສູງ ໓ ວາ ກ້ວາງ ໑ ວາ.
ໃນການຕໍ່ມາຈຶ່ງມີພຣະອໍຣະຫັນ ໕ ອົງໄດ້ນຳເອົາພຣະບໍຣົມ ມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງຣາຊຄຶປະເທດອິນເດັຽ ພຣະທາດທີ່ນຳມານັ້ນ ຄື ທາດຫົວເນົ່າ ໒໔ ອົງ ມານັ້ນໄດ້ຜ່ານກາຍມາທາງເມືອງຣະໂວ້(ລົບບູຣີ) ແລະ ເມືອງໂຄຣາດ ແລ້ວເພິ່ນໄດ້ເອົາ ພຣະບໍຣົມມະທາດ ໄປບັນຈຸໄວ້ໃນ ທີ່ຕ່າງໆດັ່ງນີ້.
ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນ ທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫລວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຳຳນານພຣະທາດບັງພວນ ຢູ່ ບ້ານຫ້ວຍບັງພວນ ຈັງຫວັດ ໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກ ວ່າພູເຂົາ ຫຼວງ ຄຳວ່າ ລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫລວງ ອາດຈະ ແປວ່າໂພນ ນາກ).
ທາດຝ່າຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າ ໜອງຄາຍ (ທາດໜອງຄາຍ ພັງ ລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງ ການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).
ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈ ວ່າແມ່ນ ບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້)
ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫລວງນັ້ນ ພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍ ຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາ ມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາ ຂອງພຣະອໍຣະຫັນ ໕ ອົງນັ້ນ.
ຄັນຕໍ່ມາພຣະອໍຣະຫັນ ໒ ອົງທີ່ຢູ່ກ່ອນນັ້ນຄື ພຣະມະຫາພຸດທະວົງສາ ແລະພຣະມະຫາສັສດີ ກໍເຖິງແກ່ການນິພພານໄປ ພຣະເຈົ້າຈັນທະບູຣີ ໄດ້ກະ ທຳການຊາປະນະກິດສຳເລັດແລ້ວ ຈຶ່ງໄດ້ເອົາອັດຖິທາດຂອງພຣະອໍຣະຫັນ ໒ ອົງ ນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພຣະອົງໄດ້ສ້າງໄວ້ແຕ່ກ່ອນ.
ປະຫວັດສ້າງພຣະທາດຫຼວງຄັ້ງແຣກ ຕາມທີ່ກ່າວໄວ້ໃນໜັງສືອຸຣັງຄະນິ ທານ ຫຼືອຸຣັງຄະທາດ ມີຂໍ້ຄວາມພຽງເທົ່ານີ້ ແລະຕາມປະຫວັດນີ້ ພຣະທາດ ຫຼວງອົງເດີມ ຫຼື ອົງທຳອິດ ທີ່ພຣະຍາຈັນທະບູຣີສ້າງນີ້ ຈຶ່ງສູງແຕ່ພຽງ ໔ ວາ ໓ ສອກ ກ້ວາງດ້ານລະ ໔ ເທົ່ານັ້ນ ແລະພຣະທາດລູກນີ້ ສ້າງບັນ ຈຸທາດຫົວເນົ່າຄື ດູກໂມມຂອງພຣະພຸດທະເຈົ້າ ເຊີ່ງພຣະອໍຣະຫັນ ທັງ ໕ ອົງໄດ້ນຳມາ ແຕ່ເມືອງ ຣາຊຄຶ ປະເທດອິນເດັຍ.

ການສະຖາປານາອານາຈັກລ້ານຊ້າງຍຸກແຮກ

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!

ອານາຈັກທີ່ເຂັມແຂງຂອງຄົນລາວ ຕັ້ງແຕ່ພຸດທະສະວັດທີ ໘-໑໒ ນັ້ນ, ມີອານາຈັກແຖນ, ອາ ນາຈັກຫິຣັນຍະເງິນຍາງຊຽງແສນ ແລະອານາຈັກນ້ອຍອີກຫຼາຍອານາຈັກ, ສ່ວນອານາອີກອານາ ຈັກ ໜຶ່ງທີ່ຕັ້ງຢູ່ທາງຕອນໃຕ້ຂອງອານາຈັກຫິຣັນຍະເງິນຢາງຊຽງແສນແມ່ນ ອານາຈັກຊວາ ຫຼືຮຽກວ່າ ເມືອງຊວາ, ນັກປະຫວັດຍັງບໍ່ທັນໄດ້ລົງຄວາມເຫັນຄັກແນ່ວ່າ ເປັນຂອງຊົນຊາດລາວ ຫຼືຊົນຊາດໃດກັນ ແທ້ ຕັ້ງແຕ່ພຸດທະສະຕະວັດທີ ໑໒ ກັບໄປ, ບາງທ່ານວ່າເປັນເມືອງເຊົ່າ ແລະບາງທ່ານວ່າເປັນເມືອງ ຂອງຊົນຊາດຊວາ ຄືຊົນຊາດຂອງຂອມກຸ່ມໜຶ່ງ.
ການສະຖາປານາອານາຈັກແຮກຂອງຊົນຊາດລາວ ຊາວລ້ານຊ້າງນີ້ນັບເປັນເລື່ອງທີ່ສຳຄັນ ທີ່ຈະຕ້ອງໄດ້ສຶກສາຄົ້ນຄວ້າກັນຢ່າງຄັກແນ່ ເພື່ອໃຫ້ເຫັນຄວາມຈະແຈ້ງແຫ່ງປະຫວັດສາດຂອງຊາດ ລາວ.
ນັກປະຫວັດສາດລາວ ແລະຕ່າງປະເທດເຊື່ອວ່າ ຊາວລາວເປັນຊາດເກົ່າແກ່ກຳເນີດຊາດ ເຜົ່າ ພັນ ແລະວັດທະນະທັມຂອງຕົນມາແລ້ວບໍ່ຕ່ຳກວ່າ ໕໐໐໐ ປີ, ດັ້ງເດີມຕັ້ງຖິ່ນຖານຢູ່ລະຫວ່າງແມ່ນຳ້ ຫວງໂຫ ກັບແມ່ນ້ຳແຢງຊີກຽງ ແຖບມົນທົນເສສວນ ໃນປະເທດຈີນປັດຈຸບັນ, ຕໍ່ມາໄດ້ຖືກຈິນຮຸກຮານ ຈຶ່ງໄດ້ອົບພະຍົບຂະຫຍາຍຕົວລົງມາທາງຕອນໃຕ້ ນັກປະຫວັດສາດບາງທ່ານວ່າຖືກຮຸກຮານ ນັກປະ ຫວັດສາດບາງທ່ານວ່າຍ້ອນການຂະຫຍາຍຕົວຂອງຊົນຊາດ ໄດ້ເພີ່ມຂຶ້ນຈຶ່ງໄດ້ແຍກຍ້າຍຫົວເມືອງ ຂອງຕົນອອກ ຈົນມາເຖິງແຖວມົນທົນເສສວນໃນປະເທດຈີນ, ເຊິ່ງຮຽກວ່າ ອານາຈັກໜອງແສ ຫຼືອາ ນາຈັກນ່ານເຈົາ ໂດຍໄດ້ມີຄວາມຈະເລີນຮຸ່ງເຮືອງ ແລະໄດ້ດຳຣົງຄວາມເປັນເອກະຣາດໃນທີ່ນີ້ຫຼາຍ ຮ້ອຍປີ ບາງທ່ານວ່າອານາຈັກນ່ານເຈົ້າແມ່ນສູນກາງຂອງອານາຈັກແຖນ ແຕ່ນັກປະຫວັດສາດບາງ ທ່ານສະເໜີວ່າ ມີເມືອງແຖນອີກເມືອງໜຶ່ງຂອງຄົນລາວ ຢູ່ລ່ອງແມ່ນນ້ຳແດງ ແມ່ນ້ຳດຳ ຊື່ວ່າເມືອງ ແຖນ ເຊິ່ງຫວຽດນາມຮຽກຊື່ໃໝ່ວ່າ “ດຽນບຽນຟູ” ເຊິ່ງຄຳວ່າ “ດຽນ” ແປອາດມີຄວາມໝາຍວ່າ “ຖຽນ, ທຽນ ຫຼືແຖນກໍໄດ້” ຄຳວ່າ “ບຽນ” ອາດໝາຍເຖິງ “ສູງ” ຄຳວ່າ “ຟູ” ອາດແຝງມາຈາກຄຳວ່າ “ພູ” ໃນພາສາຫວຽດນາມ.
ອານາຈັກນ່ານເຈົ້ານັ້ນ ມີຊື່ໜຶ່ງວ່າ “ຕາລີຟູ” ຄຳວ່າ “ຟູ” ໃນພາສາຈີນ ອາດມີສ່ວນກ່ຽວພັນກັບ “ຟູ” ໃນພາສາຫວຽດນາມກໍໄດ້, ຢ່າງໃດກໍຕາມ ມີຄຳສັນນິຖານໃໝ່ວ່າ “ອານາຈັກນ່ານເຈົາວ່າ ເປັນ ເມືອງຫຼວງຂອງຊົນຊາດຕລີຟູ” ມີຄຳປະຕິເສດວ່າບໍ່ແມ່ນຂອງຊົນຊາດໄຕ-ລາວ, ຈົນເຖິງສະໄໝຂອງ ຂຸນບູຣົມຣາຊາທິຣາດ ຄອວອານາຈັກນ່ານເຈົ້າ, ບາງກະແສວ່າ ຄອງເມືອງແຖນ ເມືອງແຖນທີ່ແທ້ນັ້ນ ຢູ່ເມືອງນ່ານເຈົ້າ ຫຼືເມືອງແຖນ ນານ້ອຍອ້ອຍໝູກັນແທ້ (ຄວນແກ່ການສຶກສາໃຫ້ຈະແຈ້ງ) ພຣະອົງ ຈຶ່ງໄດ້ສະຖາປານາເມືອງນານ້ອຍອ້ອຍໝູ ຫຼືເມືອງກາຫຼົງ (ມະຫາສີລາ ວິຣະວົງສ໌ ເຊື່ອວ່າເມືອງນາ ນ້ອຍອ້ອຍໝູ ຫຼືເມືອງກາຫົຼງນີ້ ຢູ່ທີ່ເມືອງແຖນ ດຽນບຽນຟູ ໃນດິນແດນສິບສອງຈຸໄທ ໃນປະເທດ ຫວຽດນາມປັດຈຸບັນ ບໍ່ແມ່ນດິນແດນ ເມືອງຕາລີ ຫຼືເມືອງໜອງແສ ດັ່ງນັກປະຫວັດບາງທ່ານກ່າວ ເຖິງ)
ໃນພົງສາວະດານ ລ້ານຊ້າງກ່າວວ່າ ຂຸນບູຣົມຣາຊາທິຣາດ ແຜ່ຂະຫຍາຍອານາຈັກອອກໄປ ໂດຍສ່ົງໂຣຣົດ ໗ ພຣະອົງ(ອັນນີ້ສະແດງໃຫ້ເຫັນວ່າ ລາວໃນສະໄໝຂອງຂຸນບູຣົມນີ້ມີຄວາມເຂັ້ມແຂງ ທີ່ສຸດ ສາມາດຂະຫຍາຍອານາຈັກໄດ້) ໂດຍໃຫ້ໂອຣົດໄປປົກຄອງປະເທດຕ່າງໆ ເມືອງຕ່າງໆ ທີ່ປາ ກົດໃນພົງສາວະດານລ້ານຊ້າງ ແລະພົງສາວະດານຊົນຊາດລາວ-ໄຕ, ຕ່າງນັ້ນຢູ່ໃນເຂດພູມີພາກ ອິນດູຈີນຕອນເໜືອ ໃນລ່ອງແມ່ນ້ຳຂອງ ແລະສາຂາຂອງມັນ ໃຕ້ສູດຢູ່ທີ່ຊຽງຂວາງ ຫຼວງພຣະບາງ ດ່ັງນີ້:
໑. ຂຸນລໍ ເປັນໂອຣົດອົງແຮກ ປົກຄອງເມືອງຊວາ ເມືອງຊວາໄດ້ພັດທະນາການຊື່ເມືອງມາ ຈາກຊຽງດົງ, ຊຽງດົງຊຽງທອງ ແລະຫຼວງພຣະບາງໃນທີ່ສຸດ.
໒. ຂຸນຜາລ້ານ ປົກຄອງເມືອງຫໍແຕ (ຕາຫໍ ຫຼືສິບສອງພັນນາ ບາງຄັ້ງກໍປາກົດເຫັນຄຳວ່າ ລ້ານຊ້າງປັນນາ).
໓. ຂຸນຈຸສົງ ປົກຄອງເມືອງໂກດແທ້ແຜນໂປມ (ເມືອງຫວຽດນາມປັດຈຸບັນ)
໔. ຂຸນຄຳຜົງ ປົກຄອງເມືອງລ້ານນາ (ອາດແມ່ນຊຽງແສນ).
໕. ຂຸນອິນ(ງົວອິນ) ປົກຄອງລ້ານເພັຍສີອາຍຸທະຍາ(ລະໂວ້).
໖. ຂຸນກົມ ປົກຄອງເມືອງມອນ(ອິນທະປັດ, ຫົງສາວະດີ).
໗. ຂຸນເຈືອງ ປົກຄອງເມືອງພວນ (ຊຽງຂວາງ-ມີການເຊື່ອກັນວ່າ ຂຸນເຈືອງ ປາກົດໃນວັນນະ ກັມ “ທ້າວຮຸ່ງ-ທ້າວເຈືອງ”.
ເປັນທີ່ໜ້າສັງເກເວ່າ ໂອຣົດທັງໝົດຂອງຂຸນບູຣົມຣາຊາທິຣາດນັ້ນ ໄປປົກຄອງເມືອງຕ່າງໆ ຈະໃຊ້ຄຳວ່າປົກຄອງ ນັ້ນໝາຍເຖິງອຳນາດອະທິປະໄຕຂອງອານາຈັກແຖນນັ້ນ ມີຄວາມເຂັ້ມແຂງ ແລະສິ່ງໜຶ່ງທີ່ບໍ່ໄດ້ກ່າວເຖິງ ຄືບໍ່ມີໂອຣົດອົງໃດຂອງຂຸນບູຣົມຣາຊາທິຣາດ ປົກຄອງເມືອງແຖນເລີຍ ນັ້ນສະແດງວ່າ ການຂະຫຍາຍອານາເຂດຂອງຂຸນບູຣົມນັ້ນ ເປັນໄປດ້ວນສັນຕິທັມ ຂຸນບູຣົມນັ້ນນັບວ່າ ເປັນຕົນຕະກູນສຳຄັນພຣະອົງໜຶ່ງຂອງລາວ ແລະໄລຍະຕໍ່ມາຂຸນບູລໍ ໄດ້ເປັນໃຫຍ່ໃນອານາຈັກລ້ານ ຊ້າງ ເຊື່ອກັນວ່າຂຸນລໍເປັນຜູ້ສະຖາປານາອານາຈັກລ້ານຊ້າງຄັງແຮກ ແລະໃນສະໄໝດຽວກັນນັ້ນ ນັກປະຫວັດສາດໄດ້ລົງຄວາມເຫັນວ່າ ຂຸນລໍໄດ້ພຣະຣາຊະທານນາມພຣະຣາຊະທານີວ່າ “ຊຽງທອງ” ແລະສະຖານປານາອານາຈັກຊວາ ມາເປັນອານາຈັກລ້ານຊ້າງໃນປີ ພ.ສ ໑໓໐໐, ເມື່ອຊົນຊາດລາວ ໄດ້ລົງມາສະຖາປານາອານາຈັກລ້ານຊ້າງແລ້ວ ກໍມີພົນລະເມືອງຫຼາຍຂຶ້ນ ໄດ້ປະສົບເຜົ່າພັນກັບຊົນ ຊາດຊວາ (ຂອມບູຮານ) ບາງພວກກໍໝົດອຳນາດ ຢູ່ຕາມພູເຂົາ, ບາງພວກອົບພະຍົບລົງໃຕ້ໄປຢູ່ໃນ ດິນແດນສຍາມ, ຂອມ, ມອນແລະລົງທະເລໄປໃນດອນຊວາ.
ອານາຈັກລ້ານຊ້າງ ໄດ້ດຳຣົງຄົງຄວາມເປັນເອກະຣາດມາຈົນເຖິງສະໄໝພຣະເຈົ້າສຸວັນນະຄຳ ຜົງໃນ ພ.ສ ໑໘໘໐ ປາຍ ຈຶ່ງເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດມາສະຖານປານາຈັກລ້ານຊ້າງ ໃນປີ ພ.ສ ໑໙໐໒.

ຫຼັກຖານໜຶ່ງ ທີ່ອ້າງອິງແລະສະໜັບສະໜູນປະວັດວຽງຈັນບູຮານ



ກາບບົວປະດັບຫົວເສົານີ້ ເປັນຫຼັກຖານໜຶ່ງ ທີ່ອ້າງອີງໄດ້ວ່າ ວຽງຈັນກ່ອນໜ້າ ນາມວ່າ ຈັນທະບູຣີ ຂອງພຣະຍາຈັນທະບູຣີ ອາດສ້າງພ້ອມອົງພຣະທາດຫຼວງ ແລະພຣະທາດສີທັມມະຫາຍໂສກ ຫຼັງຖານນີ້ ຍັງເຫຼືອໃຫ້ເຫັນຢູ່ວັດໂພນພຣະເນົາ.



- ໃບເສມາ ທີ່ມີການບັນທຶກລົງດ້ວຍອັກສອນຈັດ
ວັນນະກຳປະເພດໜຶ່ງ, ໃບເສມາທີ່ເຫັນນີ້
ຢູ່ວັດໂພນພຣະເນົາ ເບິ່ງຫຼັກຖານແມ່ນສີມາສີມືລາວ ແບບພຸດເຖຣະວາດ, ກຳນົດອາຍຸທາງສີລະປະແມ່ນຢູ່ໃນ ພສ ໒໑໘-໖໐໐ ບໍ່ມີອັກສອນ, ສ່ວນກາບບົວຕີນເສົາອາຄານ ເປັນສີລະປະລາວ ຫຼືສີລະປະລາວຍຸກຂອມ ສ່ວນສີລາແລງ ກໍເຊັ່ນດຽວກັນ ອາດແມ່ນຍຸກດຽວກັນ ເບິ່ງທາງສີລະປະແລ້ວຕ່າງຈາກສີລະປະຂອມ,  ສ່ວນສ້າງຫີນອາດສ້າງມາແຕ່ຍຸກດຽວກັນ ເບິ່ງພາບລວມແລ້ວ ເຫັນວ່າວຽງຈັນສະໄໝຈັນທະບູຣີ ຊື່ວ່າ ອາຈານາຈັກຈັນທະບູຣີນີ້ ແມ່ນອີດທິພົນລາວ ບໍ່ແມ່ນຂອມ.
ທັດສະນະຂອງ
ພຣະຄຣູເນືອງພິລັກ ໂຊຕິທອນ

ຊ້າງຊົງຂອງຂຸນບູຣົມຣາຊາທິຣາດ


ແກ້ໄຂ
- ທີ່ວ່າ 'ກົ່ວຊ້າງເຜືອກ ໃຫ້ປ່ຽນເປັນ ຕົວຊ້າງເຜືອກ'

ເວົ້າເລື່ອງຊຽງດົງຊຽງທອງ

- ອັນວ່າເມືອງຊວານັ້ນ ໃນເອກສານຂອງລາວ ແລະໄທຍ໌ ຈະກົງກັນຄື
- ເມືອງຊວາ ໝາຍເອົາເມືອງຫຼວງພຮະບາງດຽວນີ້ ຄືມັນຜ່ານໄລຍະປະຫວັດສາດ ດັ່ງນີ້
- ກ່ອນ ພສ 1200 ນັ້ນ ມີຊື່ວ່າເມືອງຊວາ ໃນປະຫວັດສາດຂອງອຸ່ຄຳ ພຣົມວົງສາ, ຄຳໝັ້ນ ວົງກົດຣັດຕະນະ, ມະຫາສີລາ ແລະຜູ້ອື່ນໆ ວ່າ "ເດີມເມືອງຊວາ ເປັນເມືອງຂອງຂອມເຜົ່າຊວາເປັນເຈົ້າຂອງ ພາຍຫຼັງມາພວກໄທລາວລົງມາປົນກັບຊວາຫຼາຍຂຶ້ນ ເຮັດທຳໃຫ້ພວກນີ້ສົມສູ່ຢູ່ກັນກາຍເປັນເຜົ່າພັນໄທລາວ ເນື່ອງຈາກຄົນໄທລາວມີຫຼາຍ ຈຶ່ງຂະຫຍາຍວັດທະນະທຳເໜືອກວ່າພວກຂອມຊວາ
- ພສ 1300 ຂຸນຍູຣົມກ່ອນ ຢູ່ໜອງແສແສນຍ່ານ ພາຍລຸນມາລົງມາສ້າງນານ້ອຍອ້ອນໜູ ເປັນເມຶອງປົກຄອງລາວ ແລ້ວສົ່ງລູກຂອງຕົນໄປຄອງເມືອງຕ່າງໆ 7 ຕົວເມືອງ ທີ່ມີຄົນລາວຢູ່ກ່ອນໜ້າແລ້ວ ຂຸນລໍຄອງເມືອງຊວາ (ໝາຍເຖິງຫຼວງພຣະບາງ) ອັນນີ້ເອກະສານລາວ ແລະໄທຍເວົ້າກົງກັນ ດຍວນີ້ທາງໄທຍເຊົາວເວົ້າແລ້ວ ໂດຍສະເພາະ ສ.(ພິເສດ) ສີສັກ ວັນລິໂພດົມ ບໍ່ເວົ້າເລີຍ
- ນັກປະຫວັດສາດລາວຫຼາຍທ່ານ ກ່າວເຖິງວ່າ ໃນໄລຍະນີ້ ລາວມີອານາຈັກຂອງຕົນ 3 ອານາຈັກ ໃຫຍ່ຄື ແຕ່ກ່ອນ ພ.ສ ຈົນຮອດ ພ.ສ 1300 ໄດ້ແກ່ 1. ສີໂຄຕະປຸຣະ "ມີສູນກາງຢູ່ຟາກໃຕ້ແມ່ນ້ຳເຊບັ້ງໄຟໃຕ້ທ່າແຂກ"(ອັນນີ້ໜ້າຈະແມ່ນຈິງ ເພາະວ່າ ປີ 2008 ມີຄູ່ຜົວເມັຍພົບສົມບັນ ເງິນຄຳ ແລະວັດຖຸມີຄ່າ 2000 ກວ່າລາຍການ, ໃນນັ້ນ ເຮົາພົບເມືອງຮ້າງ ຂະໜາດ 10 ເຮັກຕາ ຄືຄອງ ໜອງ ແລະແລະອາຄານ ທ່ານ້ຳຄ້າຍເມືອງບູຮານໃນສະໄໝພຣາມຮີນດູ) 2. ເມືອງທຣາວະລະວະດີ (ເພາະນັກປະຫວັດສາດໄທຍພົບວ່າ ທີ່ນະຄອນປະຖົມ ພົບອັກສອນທັມອ່ານໄດ້ຄາມພາສາລາວ -ປັດຈຸບັນນັກປະຫວັດສາດໄທຍສະໄໝໃໝ່ບໍ່ມີໃຜເວົ້າແລ້ວ), 3, ອານາຈັກສລາວສຸວັນນະໂຄມຄຳ (ພົບທີ່ເມືອງບໍ່ແກ້ວ ເມືອງຕົ້ນເພິ້ງ), (ພຣະຍາອະນຸມານຣາຊະທົນ-ກົມພຣະຍາດຳຣົງ ຮາຊານຸພາບມັກກ່າວເຖິງ-ຈະເຣີນ ໄຊຊະນະກໍເວົ້າ)
- ຕໍ່ມາ ໃນລະວ່າງ ພ.ສ 1300 ຫາ 1752 ປາກົດວ່າລາວມີອານາຈັກຂອງຕົນ 3 ອານາຈັກໃຫຍ່ເຊັ່ນກັນ ຄື 1, ອານາຈັກລ້ານຊ້າງ, 2, ລ້ານນາ(ອາດໝາຍເຖິງອານາຈັກຊຽງແສນ ເພາະຊຽງແສນວ່າ "ເມືອງໂຍນົກນາຄະພັນ-ຫຼືໂຍນາຄະນົພບູຣີ(ອັນນີ້ກ່ຽວກັນກັບນາກ) 3, ລ້ານຊ້າງ(ສູນກາງຢູ່ຊຽງດົງ-ຊຽງທອງ) ນັກປະຫວັດສາດລາວ-ໄທຍ໌ກຳນົດໄວ້ຈະແຈ້ງວ່າ (ແມ່ນຫຼວງພຣະບາງດຽວ) ເມືອງຊຽງດົງ-ຊຽງທອງນັ້ນ ມີຄວາມຈະເຣີນມາແຕ່ຂຸນລໍ-ເມື່ອຂຸນລໍມາຄອງເມືອງຊວາແລ້ວປ່ຽນເມືອງຊວາເປັນຊຽງດົງ -ຈົນມາຮອດສະໄໝພຣະເຈົ້າສຸວັນນະຄຳຜົງ-ສຸວັນນະບັນລັງ (ຍຸກນີ້ລາວມີຄວາມເຂັ້ມແຂງ ແລະມີການທູດສຳພັນກັນດີກັບຂອມ ຈຶ່ງເຮັດໃຫ້ຂອມບໍ່ສາມາດມາຄອງເມືອງລ້ານຊ້າງຊຽງດົງໄດ້, ແຕ່ຂອມຈະຄອງເມືອງລາວະຣັຖະອາໂຍທິຍາ(ຈະເຣີນໄຊຊະນະ ນັກປະຫວັດສາດໄທຍກ່າວ) ຈັນທະບູຣີ ຕັ້ງຊາຍຟອງ ເປັນເມືອງເອກະ ແຖວຊາຍຟອງໜອງຄຳແສນ ອັນນີ້ກໍອາດເປັນຈິງ ເພາະພົບຫຼັກຖານສະໄໝນີ້ຫຼາຍ ບໍ່ວ່າະເປັນວັດໂພນພະເນົາ ຫຼັກສີລາເລກເລກຂອບເຂດເມືອງຂອມຫຼາຍເມືອງ ທິ່ສຳຄັນໄປກວ່ານັ້ນ ທີ່ດົງໂພສີເມື່ອສອງເດືອນທີ່ແລ້ວເຂົາພົບພຮະຫິນກາງດົງເລີຍ 20 ກວ່າກອົງ, ສີໂຄດຕູບູນ ແລະຝັ່ງຂອງເບື້ອງຂວາ ຈົນຣອດເມືອງຊຽງໃໝ່ ໃນປະຫວັດສາດຍຸກນີ້ ເຮົາຈຶ່ງເຫັນຂະບວນກູ້ຊາດຂອງຄົນໄທລາວ ໃນເຂດອິດທິພົນຂອງຂອມ ເຊັ່ນຂຸນບາງກາງທ່າວ, ຂຸນອິນທະຮາທິດ, ຂຸນເມັງຣາຍ ແລະຜູ້ອື່ນ, ແຕ່ເມືອງໃດໃນອິດທິພົນຂອງລ້ານຊຽງຊຽງດົງ ຈະບໍ່ປາກົດການກອບກູ້ເອກະຣາດຈາກຂອມ, ແຕ່ອາດຊິມີການສູ້ກັນໃນຂອບເຂດເມືອງຕໍ່ເມືອງ ທຳມະດາເທົ່ານັ້ນ, ໂດຍສະເພາະໃນສະໄໝນີ້ ທາງລ້ານຊ້າງມີພຣະຍາສຸວັນນະຄຳຜົງ-ພຣະຍາສຸວັນນະບັນລັງ(ລັງທິຣາດ) ເປັນກະສັດລາວຮ່ວມຍຸກກັບຂຸນບາງກາງທ່າວ, ອິນທະຣາທິດ ແລະພຣະຍາເມືອງຣາຍ (ພຣະຍາເມັງຣາຍ ເປັນປະສັດລາວ ສືບເຊື້ອຈາກຊຽງແສນ-ຊຽງແສນສືບເຊື້ອຈາກສຸວັນນະໂຄມຄຳ).
- ຈົນມາຮອດສະໄໝ ຂຸນຫຼວງໂງ່ມ-ເຈົ້າຟ້າງ້ຽວ-ເຈົ້າຟ້າຄຳຮຽວ ລະຫວ່າງ ພສ 1753-1896 ເມືອງຫຼວງພຣະບາງ ປະກົດຄຳວ່າ ຊຽງດົງ-ຊຽງທອງແລ້ວ, ແລະໃນປີ ພສ 1353 ພຣະເຈົ້າຟ້າງຸ່ມໄດ້ໂຮມອານາຈັກລ້ານຊ້າງບົນສອງຟາກຝັ່ງແມ່ນ້ຳຂອງ ຄືແຕ່ດົງພະຍາໄພ ໄປຮອດສາຍພູພຣະຍາພໍ່-ຜາໄດຜາດ່າງ ນ້ຳມ້າ ໄມ່ລົ້ມແບ່ງແດນແກວ ສ້ານສາມງ່າ ແລະຫຼີຜີ ແລະກໍປ່ຽນນາມເມືອງຊຽງດົງຊຽງທອງ ເປັນເມືອງຊຽງທອງ ຈົນຮອດສະໄໝພຣະເຈົ້່າໂພທິສາລາດ ເມື່ອງປີເຈົ້າໄຊຍະເຊດຖາທິຣາດ ໄດ້ລົງມາສ້າງຈັນທະບູຣີເປັນເມືອງເອກໃສ່ຊື່ວ່າ ຈັນທະບູຣີສີສັດຕະນາກ (ຄົນທັງຫຼາຍຮຽກຕາມພາສາສາມັນວ່າ "ວຽງຈັນ" ສ່ວນຊຽງທອງ ກໍຮຽກວ່ານະຄອນຫຼວງພຣະບາງເລື້ອຍມາ.
- ສະຫຼຸບ ຊຽງດົງຊຽງທອງໃນປະຫວັດສາດ ແມ່ນນະຄອນຫຼວງພຮະບາງປັດຈຸບັນ.
- ຊຽງຮຸ່ງ ແມ່ນເມືອງເຊື້ອຊາດລາວໃນສິບສອງປັນຍາ ແຕ່ບໍ່ແມ່ນເມືອງໜອງແສ ເມືອງໜອງແສ ຢູ່ເມືອງຕາລີ້ ຄົນຈີນຮຽກວ່າ ເສສວນ ຫຼືສີສວນ

วันศุกร์ที่ 16 กันยายน พ.ศ. 2554

ວັນນະກັມລາວ ເປັນຮາກຖານຂອງອັກສອນ, ພາສາ ແລະວັດທະນະທັມລາວ

ວັນນະກັມລາວ ນັບຕັ້ງແຕ່ ວັນນະກັມເລື່ອງສັ້ນ, ວັນນະກັມເລື່ອງຍາວ, ວັນນະກັມສີລາຈາຣືກ, ວັນນະກັມຕຳນານ, ປະຫວັດສາດ ໝໍຢາ ແລະອື່ນໆນັ້ນລ້ວນແຕ່ບັນທຶກເລື່ອງລາວ ແລະວິຊາການຂະແໜງຕ່າງຕ່າງໄວ້ຢ່າງຄົບຖ້ວນ.
ທີ່ນີ້ເຂົາຖາມວ່າ "ຮາກຖານຂອງພາສາ, ອັກສອນ ແລະວັດທະນະທັມລາວ ທີ່ສົມບູນທີ່ສຸດໄດ້ແກ່ຂໍ້ໃດ ?"
- ວັນນະກັມລາວ : ບັນທຶກໄວ້ໂດຍອັກສອນ ທີ່ນີ້ວັນນະກັມລາວບັນທຶກໄວ້ທັງອັກສອນລາວບູຮານ(ອັກສອນທັມ) ແລະອັກສອນລາວເດີມ, ການຂຽນອັກສອນ ແລະຮູບແບບອັກສອນທັງສອງຢ່າງນີ້ລ້ວນແຕ່ ມີລັກສະນະສົມບູນ ແລະມີລັກສະນະແຕກຕ່ງກັນ ຕາມທ້ອງຖິ່ນ ເຖງິຈະຂຽນແບບໃດ ກໍລ້ວນແຕ່ເປັນຮາກຖານອັກສອນລາວທັງນັ້ນ;
- ວັນນະກັມລາວ : ລ້ວນແຕ່ໃຊ້ພາສາລາວບູຮານ ທີ່ປາກົດໃຊ້ໃນແຕ່ລະທ້ອງຖິ່ນ ຜູ້ອ່ານ ຜູ້ຟັງ ວັນນະກັມລາວ ຈຶ່ງຊາບເຊິ່ງເຖິງລົດຊາດ ແລະພາສາສັບຂອງລາວ ທີ່ແທ້ຈິງ.
- ວັນນະກັມລາວທຸກໆວັນນະກັມ ເປັນວັນນະກັມທີ່ມີຫຼາຍລົດ ຫຼາຍຊາດ ວັນນນະກັມລາວຫຼາຍເລື່ອງ ມີຄົບອັດຖະຣົດ (໙ ຣົດ) ຣົດວັນນະກັມລາວ ເລົ່ານັ້ນຍ່ອມບົງບອກເຖິງ ພື້ນເພ ນະໄສໃຈຄໍ ແລະແນວຄິດພື້ນຖານຂອງສັງຄົທລາວ. ນອກຈາກນັ້ນຍັງບອກເຖິງພຶດຕິກັມຂອງຕົວລະຄອນໃນເລື່ອງ ຕົວລະຄອນໃນເລື່ອງ ລ້ວນແຕ່ເປັນຕົວແທນຂອງວັດທະນະທັມລາວ ໃນອະດິດ ຮອດປັດຈຸບັນ

ອັດຖະຣົດ ໃນບົດວັນນະກັມລ້ານຊ້າງ

- ອັຖຖະຣົສ ຄື ປະໂຫຍດທີ່ໄດ້ຈາກຣັດວັນນະກັມ, ວັນນະກັມລາວ ທຸກເຣື່ອງຈະມີອັຖຖະຣັສ ທີ່ເກີດຄວາມສົນໃຈ ຕິດໃຈແກ່ຜູ້ເບິ່ງ ຜູ້ຊົມ ຜູ້ອ່ານ ຜູ້ຟັງ ໃຫ້ຜເກີດຄວາມເພີດເພີນຈະເຮີນໃຈໄດ້ນັ້ນ ສະແດງບົດບາດໄປຕາມຈັງຫວະຂອງເຮື່ອງ ກ່າວຄື:
1. ບົດຮັກ.
2. ບົດໂສກ.
3. ບົດກ້າຫານ.
4. ບົດອັດສະຈັນ.
5. ບົດຕະຫຼົກ.
6. ບົດໜ້າຢ້ານກົວ.
7. ບົດຣະຫ້ອຍ.
8. ບົດກຽດຊັງ.
9. ບົດຄຽດແຄ້ນ
ທັງໝົດນີ້, ຮຽກວ່າ “ອັຖຖະຣົສ” ຄືສາຣະຖະ ຫຼືປະໂຫຍດ ທີ່ໄດ້ຮັບຈາກບົດວັນນະຄະດີ, ຜູ້ສະແດງ ຕ້ອງສະແດງໃຫ້ຜູ້ຊົມເຫັນເປັນເຣື່ອງຈິງ, ເປັນຕົ້ນວ່າບົດຮັກກໍຕ້ອງຮັກສຸດອົກສຸດໃຈ ຮັກເໝືອນຊິກິນໄດ້ ຮັບຈົນຫັຼບໄຫຼ ໃຝ່ຝັນ ຜູ້ຊົມກໍເກີດຄວາມກະສັນຮັກ ພໍໃຈໄປຕາມກັນ.
- ບົດວັນນະກັມລາວ ທີ່ນັກວິຈານວັນນະກັມບອກວ່າ "ເຣື່ອງພຣະເວດສັນດອນຈະເປັນບົດວັນນະກັມທີ່ມີຄົບທຸກຣົດ ດ້ວຍເຫດນັ້ນວັນນະກັມພຣະ ເວດຈຶ່ງເປັນອັມມະຕະ".

ວັນນະກັມລາວ ຊາວລ້ານຊ້າງ

- ວັນນະກັມເປັນວັນນະກັມປະເພດຮ້ອຍແກ້ວ, ປະເພດຮ້ອຍກອງ, ວັນນະກັມລາວ ເປັນຜົນງານທາງພຸດທະສາສນາ ແລະວັນນະກັມມະຫາຊົນ.
- ວັນນະກັມລາວ ຈັດປະເພດໄດ້ຫຼາຍຢ່າງ ຄື:
໑. ວັນນະກັມປະເພດພື້ນສືບ.
໒. ວັນນະກັມປະເພດນິທານ.
໓. ວັນນະກັມປະເພດຕຳນານ.
໔. ວັນນະກັມປະເພດຜຍາ.
໕. ວັນນະກັມປະເພດພາສິດ.
໖. ວັນນະກັມປະເພດນິທານກ້ອມ
໗. ວັນນະກັມປະເພດຄຳພັງເພີຍ
໘. ວັນນະກັມປະເພດຄຳສອນ
ແລະອື່ນໆ